ປະທານປະເທດ ເຮັດວຽກຢູ່ ຫໍພິພິດທະພັນ “ນັກຮົບປະຕິວັດຖືກ
ກັກຂັງ” ຢູ່ບ້ານ ນາມກວດ, ຕາແສງ ນາມຈ່ຽວ, ເມືອງ ຟູ໋ຊວຽນ,
ຮ່າໂນ້ຍ ເມື່ອເດືອນ 1/2014
(ພາບປະກອບ)
|
(vovworld) – ວັນທີ 30/4/1975 ບໍ່ພຽງແຕ່ແມ່ນເຫດການປະຫວັດສາດຂອງ ຫວຽດນາມ ເທົ່ານັ້ນຫາກຍັງມີຜົນສະທ້ອນໃນທົ່ວໂລກອີກດ້ວຍ ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ຢັ້ງຢືນຄືແນວນັ້ນເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນໂຮມປະເທດຊາດເປັນເອກະພາບ ພ້ອມກັບບັນດານັກປະຕິວັດຜູ້ອາວຸໂສ, ນັກຮົບເກົ່າ, ຜູ້ຕາງໜ້າສະມາຄົມນັກຮົບປະຕິວັດທີ່ຖືກກັກຂັງຢູ່ບາງແຂວງ, ນະຄອນ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ, ເຊິ່ງດຳເນີນໄປໃນວັນທີ 16/4, ຢູ່ຫໍພິພິດທະພັນ “ນັກຮົບປະຕິວັດຖືກກັກຂັງ” ຢູ່ບ້ານ ນາມກວດ, ຕາແສງ ນາມຈ່ຽວ, ເມືອງ ຟູ໋ຊວຽນ, ຮ່າໂນ້ຍ. ທ່ານປະທານປະເທດຢັ້ງຢືນວ່າ: ນີ້ແມ່ນໂອກາດເພື່ອໃຫ້ບັນດາອະດີດນັກໂທດປະຕິວັດ, ນັກຮົບເກົ່າ, ບັນດາຜູ້ແທນ ພ້ອມກັບປະຊາຊົນທ້ອງຖິ່ນທົບທວນຄືນໄລຍະທາງປະຫວັດສາດທີ່ສະຫງ່າລາສີຂອງຊາດ, ສະແດງຄວາມຮູ້ຄຸນຄຸນຕໍ່ນັກຮົບ, ພໍ່ແມ່ປະຊາຊົນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ຂອງຊາດ. ພາຍຫຼັງ 40 ປີແຫ່ງການຍາດເອົາເອກະລາດ, ເສລີພາບ, ປະເທດຍັງດຳເນີນ 2 ໜ້າທີ່ຍຸດທະສາດ, ນັ້ນແມ່ນສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ຢັ້ງຢືນວ່າ ຜົນງານຂອງ 30 ປີແຫ່ງການປ່ຽນໃໝ່ແມ່ນການພັດທະນາໂດຍພື້ນຖານໃນທຸກດ້ານ, ທຸກຂົງເຂດຂອງປະເທດຊາດ ເມື່ອທຽບໃສ່ເວລາຫາກໍ່ສິ້ນສຸດສົງຄາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຕັກເຕືອນວ່າ:
“ເຖິງວ່າເມື່ອທຽບກັບກ່ອນນີ້ 10 ປີ, ປະເທດໄດ້ມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ໂລກກໍ່ມີການປ່ຽນແປງຢ່າງວ່ອງໄວ, ສະນັ້ນພວກເຮົາຕ້ອງສຶກສາໃຫ້ລຸ້ນໜຸ່ມສືບທອດພາລະກິດນຳປະເທດກ້າວຂຶ້ນ, ເພື່ອທຽບທັນກັບເພື່ອນມິດໃນພາກພື້ນ ແລະ ໃນ 5 ທະວີບ. ສິ່ງດັ່ງກ່າວກໍ່ແມ່ນຄວາມມຸ້ງຫວັງຂອງປະທານ ໂຮ່ຈີມິນ, ຂອງທົ່ວພັກ, ທົ່ວປວງຊົນ, ແລະ ຂ້າພະເຈົ້າຄິດວ່າ, ບັນດາຜູ້ຮັກຫອມຫວຽດນາມ ກໍ່ມີຄວາມມຸ້ງຫວັງຄືແນວນັ້ນ“.
ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ຫວັງວ່າບັນດານັກຮົບເກົ່າ, ບັນດາອະດີນັກໂທດປະຕິວັດຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນນະທາດປະຕິວັດຂອງທະຫານ, ນັກຮົບທີ່ຖືກກັກຂັງ, ຍາມໃດກໍ່ຈົ່ງຮັກພັກດີ, ພິລະອາດຫານ, ພ້ອມແລ້ວທີ່ຈະຕໍ່ສູ້ຕ້ານບັນດາປະກົດການທີ່ກີດຂວາງການພັດທະນາຂອງປະເທດຊາດ, ເຮັດໃຫ້ຂາດຄວາມສາມັກຄີໃນພັກ.