ວັນບຸນກິລາ ກາຍຍະກຳຂອງນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກ ອັງກິດ
ນັກສຶກສາ ຫວຽດນາມ ເຂົ້າຮ່ວມວັນບຸນເປັນຈຳນວນຫຼວງຫຼາຍ
ພາບປະກອບ
|
(vovworld) - ໂດຍສືບຕໍ່ຜົນງານຂອງຊຸມປີກ່ອນ, ວັນບຸນກິລາ ກາຍຍະກຳ “Sport Day London 2017” ຂອງປະຊາຄົມນັກສຶກສາ ຫວຽດນາມ ຢູ່ ອັງກິດ ຖືກດຳເນີນໄປຢ່າງຟົດຟື້ນ, ດຶງດູດການເຂົ້າຮ່ວມ, ລະດົມກຳລັງໃຈຂອງນັກສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆເປັນຈຳນວນຫຼວງຫຼາຍ. ເຫດການປະຈຳປີນີ້ໂດຍສະມາຄົມນັກສຶກສາ ຫວຽດນາມ ຢູ່ມະຫາວິທະຍາໄລ Queen Mary (Vietsoc Queen Mary) ເປັນເຈົ້າພາບຈັດຕັ້ງໃນວັນທີ 4/3.
ກ່າວຄຳເຫັນທີ່ວັນບຸນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ແລະ ອາຍແລນເໜືອ ຫງວຽນວັນທາວ ຊີ້ແຈ້ງວ່າ: Sport Day London 2017 ແມ່ນເຫດການມີຄວາມໝາຍສຳລັບນັກສຶກສາ ຫວຽດນາມຢູ່ ອັງກິດ, ມັນສະແດງໃຫ້ເຫັນນ້ຳໃຈ ແລະ ຄຸນນະທາດຂອງລຸ້ນໜຸ່ມ ໃນປະຈຸບັນ. ຜ່ານບັນດາການເຄື່ອນໄຫວແທດຈິງຄື Sport Day London 2017, ປະຊາຄົມນັກສຶກສາ ຫວຽດນາມ ມີໂອກາດພົບປະແລກປ່ຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.