ວັນບຸນລົງທຶນ “Demo Day 2018” - ກາລະໂອກາດເລີ່ມທຸລະກິດ ດຶງດູດການລົງທຶນສຳເລັດຜົນ

(VOVWORLD) - ຈຸດປະສົງຂອງ Demo Day ແມ່ນເພື່ອແນໃສ່ສ້າງກາລະໂອກາດໃຫ້ບັນດາ Startup ໄດ້ສະເໜີກ່ຽວກັບບັນດາໝາກຜົນແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງວິສາຫະກິດກັບນັກລົງທຶນ

ວັນບຸນລົງທຶນ “Demo Day 2018” - ກາລະໂອກາດເລີ່ມທຸລະກິດ ດຶງດູດການລົງທຶນສຳເລັດຜົນ - ảnh 1

ບັນດາ Startup ເປັນນັກປາຖະກະຖາທີ່ວັນບຸນ 

(ພາບ: Dantri.com.vn)

ວັນບຸນລົງທຶນ “Demo Day 2018” - ເຊິ່ງແມ່ນການເຄື່ອນໄຫວປະຈຳປີໂດຍ Lotte Accelerator ແລະ Viet Nam Sillicon Valley Accelerator (VSV Accelerator) ຫາກໍ່ຈັດຕັ້ງຢູ່ ຮ່າໂນ້ຍ. ປີ 2018 ແມ່ນປີທີ 4 ທີ່ເຫດການ Demo Day ຖືກຈັດຕັ້ງ ແລະ ແມ່ນລາຍການໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ຈຸດປະສົງຂອງ Demo Day ແມ່ນເພື່ອແນໃສ່ສ້າງກາລະໂອກາດໃຫ້ບັນດາ Startup ໄດ້ສະເໜີກ່ຽວກັບບັນດາໝາກຜົນແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງວິສາຫະກິດກັບນັກລົງທຶນ, ຈາກນັ້ນ, ສ້າງຕັ້ງການພົວພັນກັບບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ ແລະ ເລີ່ມຕົ້ນເນີນວິວັດການຮຽກຮ້ອງເງິນລົງທຶນຈາກເຂົາເຈົ້າ.

        ເຂົ້າຮ່ວມວັນບຸນລົງທຶນ Demo Day ປີ 2018 ມີການນຳກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ຜູ້ຕາງໜ້າແຜນຮ່າງ VSV, ບັນດານັກວາງແຜນນະໂຍບາຍພ້ອມກັບ 10 Startup ແລະ ປະມານ 10 ນັກລົງທຶນ (ເຊິ່ງລວມມີບັນດານັກລົງທຶນສະເພາະກິດ ແລະ ບັນດານັກລົງທຶນພວກມເອົາໃຈໃສ່ເຖິງ Startup).

ຕອບກັບ

ຂ່າວ/ບົດ​ອື່ນ