ວັນບຸນວັດທະນະທຳ-ກິລາຜູ້ອາຍຸສູງຫວຽດນາມ2015

ວັນບຸນວັດທະນະທຳ-ກິລາຜູ້ອາຍຸສູງຫວຽດນາມ2015 - ảnh 1

(ພາບປະກອບອິນເຕີແນດ)

(vovworld) - ສະ​ເຫຼີ​ມສະຫຼອງ​ວັນສາກົນຜູ້​ອາຍຸ​ສູງ​ ​ແລະ ຕອບ​ສະໜອງ “​ເດືອນ​ກະທຳ​ເພື່ອ​ຜູ້​ອາຍຸ​ສູງ​ຫວຽດນາມ“.  ຕອນ​ເຊົ້າ​ວັນ​ທີ 1/10, ຢູ່ ຮ່າ​ໂນ້ຍ ​ໄດ້​ໄຂ​ “ ວັນ​ບຸນ​ວັດທະນະທຳ - ກິລາ​ຜູ້​ອາຍຸ​ສູງ​ຫວຽດນາມ 2015“.  ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ​ຫຼາຍ​ຢ່າງ. ທ່ານ ​ໂງ​ຈ້ອງ​ວິ້ງ, ຮອງ​ປະທານ​ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ສຳຄັນ​ນີ້, ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຜູ້​ອາຍຸ​ສູງ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຊ່ວຍ​ໃຫ້​ຜູ້​ອາຍຸ​ສູງ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ດຳລົງ​ຊີວິດ​ຢ່າງ​ມີ​ປະ​ໂຫຍ​ດ“.

​ເຂົ້າ​ຮ່ວມ​ງານ​ບຸນ, ປ້າ ຫງວຽນ​ທິງາ, ອາຍຸ 60 ປີ, ຢູ່​ແຂວງ​ບັກ​ນິງ, ​ແບ່ງປັນ​ວ່າ:

“ວັນ​ບຸນ​ນີ້​ແມ່ນ​ມີ​ປະ​ໂຫຍ​ດສຳລັບ​ຜູ້​ອາຍຸ​ສູງ, ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ຂ້າພະ​ເຈົ້າ​ຍົກ​ສູງ​ສຸຂະພາບ ​ແລະ ພົບ​ປະ​ແລກປ່ຽນ​ກັບບັນດາ​ຜູ້​ອາຍຸ​ສູງ​ຢູ່​ທ້ອງ​ຖີ່​ນຕ່າງໆ. ຂ້າພະ​ເຈົ້າ​ຫວັງ​ວ່າ, ລັດ​ຈະ​ສ້າງ​ເງື່ອນ​ໄຂ ​ແລະ ຈັດການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ຜູ້​ອາຍຸ​ສູງ​ຕື່ມ​ອີກ“

ວັນ​ບຸນ​ວັດທະນະທຳ - ກິລາ​ຜູ້​ອາຍຸ​ສູງ​ຫວຽດນາມ ຈະ​ດຳ​ເນີນ​ເຖິງ​ວັນ​ທີ 4/10.

ຂ່າວ/ບົດ​ອື່ນ