ວັນບຸນວັດທະນະທຳຫວຽດນາມຢູ່ແຂວງກວາງຊີ,ປະເທດຈີນຖືກດຳເນີນຢ່າງຝົດຟື້ນ

ວັນບຸນວັດທະນະທຳຫວຽດນາມຢູ່ແຂວງກວາງຊີ,ປະເທດຈີນຖືກດຳເນີນຢ່າງຝົດຟື້ນ - ảnh 1
(ວັນ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ “ບຸນ​ເຕັດ​ຫວຽດ”)

(vovworld) – ວັນ​ທີ 22/11, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​​ສ້າງ​ຄູກວາງ​ຊີ, ປະ​ເທດ​ຈີນ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ​ທີ່​ພວ​ມຮ່ຳ​ຮຽນ​ຢູ່ ກວຍ​ລິນ ໄ​ດ້​ສົມ​ທົບ​ກັບ​ສະ​ຖານ​ກົງ​ສູງ​ຫວຽດ​ນາມ ​ຢູ່ກວາງ​ຊີ ຈັດ​​ຕັ້ງວັນ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ “ບຸນ​ເຕັດ​ຫວຽດ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ພາ​ບ​ພົດ, ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຜູ້​ຢ້ຽມ​ຊົມ ແລະ ນັກ​ສຶກ​ສາ​ປະ​ເທດຕ່າງໆ​ຮ່ຳ​ຮຽນ​ຢູ່​ທີ່ນີ້ ​​ຮູ້​ສຶກປະ​ທັບ​ໃຈ ແລະ ຖືກ​​ດູ​ດ​ດືມ​ໃຈ​ຍ້ອນ​ບັນ​ຍາ​ກາດ​ທີ່​ຝົດ​ຟື້​ນ​ມ່ວນ​ຊື່ນ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ກວາງ​ຊີ. ນອກ​ຈາກ​ການ​ສະ​ແດງ​ບັນ​ດາ​ບົດ​ເພງ, ການ​ຟ້ອນ​ລຳ​ເຊິ່ງ​ເຄີຍ​ຖ​ືກ​ສະ​ແ​ດງ​ໃນ​ໂອ​ກາດ​ບຸນ​ເຕັດ ແລ້ວ, ນັກ​ສຶກ​ສາ​ຫວຽດ​ນາມ ຮ່ຳ​ຮຽ​ນ​ຢູ່ ກວຍ​ລິນ ຍັງວ​າ​ດ​ພາບ​ບັນ​ດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ອີກ​ດ້ວຍ ອັນ​ໄດ້​ດຶງ​ດູດ​ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ​ທີ່​ຮໍ່​າ​ຮຽນ​ຢູ່ ກວຍ​ລິນ ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ