ວັນບຸນໝາກລິ້ນຈີ່ຫວຽດນາມຢູ່ອົດສະຕາລີ
ວັນບຸນໝາກລິ້ນຈີ່ຫວຽດນາມຢູ່ອົດສະຕາລີ
(ພາບ: news.zing.vn)
(vovworld) - ວັນທີ 29/06, ຢູ່ນະຄອນ Melbourne, ທາງພາກໃຕ້ປະເທດອົດສະຕາລີ, ໄດ້ຈັດວັນບຸນ “ໝາກລິ້ນຈີ່ນຫວຽດນາມ”. ເຫດການໂດຍອົງການການຄ້າຫວຽດນາມ ສົມທົບກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳອົດສະຕາລີ ຈັດຕັ້ງ, ເພື່ອໂຄສະນາໝາກລິ້ຈີ່ນຫວຽດນາມ ຢູ່ອົດສະຕາລີ. ການເຄື່ອນໄຫວດັ່ງກ່າວຖືກດຳເນີນໄປໃນເວລາກວ່າສັບປະດາໜຶ່ງ ເມື່ອໝາກລິ້ຈີ່ນຫວຽດນາມ ນັບສີບໆໂຕນທຳອິດ ໄດ້ສົ່ງໄປຂາຍຢູ່ອົດສະຕາລີ. ເພື່ອຕອບສະໜອງ “ວັນໝາກລິ້ຈີ່ນຫວຽດນາມ”, ມີພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອົດສະຕາລີ, ນັກສຶກສາຫວຽດນາມ ແລະ ອົດສະຕາລີ ກໍຄືນັກທ່ອງທ່ຽວສາກົນຢູ່ນະຄອນ Melbourne ໄດ້ມາຊື້ໝາກລິ້ຈີ່ນຫວຽດນາມ.
ປະຈຸບັນ, ອົງການການຄ້າຫວຽດນາມ ປະຈຳອົດສະຕາລີ ພວມຮີບເຮ່ັງສ້າງແຜນການສົ່ງເສີມບັນດາການເຄື່ອນໄຫວຄ້າຍຄືກັນຢູ່ນະຄອນອື່ນໆ ເພື່ອໂຄສະນາໝາກລິ້ຈີ່ນຫວຽດນາມ ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາປະເທດອາຊີອື່ນຢູ່ອົດສຕາລີ.