ພິທີ “ ໄຕ້ທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ” ຢູ່ເຂດສຸສານ ວິຊວຽນ ທີ່ແຂວງຮ່າຢາງ
|
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດ ເພື່ອຊາດ(27/7/1947-27/7/2014), ຕອນຄ່ຳວັນທີ 26/7, ຢູ່ເຂດສຸສານ ວິຊວຽນ ທີ່ແຂວງຮ່າຢາງ ໄດ້ຈັດໃຫ້ມີ ວັນບຸນ “ໄວໜຸ່ມຕອບບຸນແທນຄຸນ” ແລະ ພິທີ “ ໄຕ້ທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ”.
ບັນດາຊາວໜຸ່ມ, ໄວໜຸ່ມ ແລະ ຜູ້ຄົນທັງຫຼາຍໄດ້ໄຕ້ທຽນ, ຖະຫວາຍດອກໄມ້ສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທີ່ 1 ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຫງວຽນດັກວິງ ສະເໜີວ່າ :
“ ລຸ່ນພໍ່ລຸ່ນອ້າຍຂອງພວກເຮົາໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ອິດສະຫຼະພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ; ທົ່ວທັງຊາດພວມຝາກຝັງຄວາມຫວັງຕໍ່ໄວໜຸ່ມລຸ່ນປະຈຸບັນ ຈົ່ງ ພະຍາຍາມຮ່ຳຮຽນ, ອອກແຮງງານ, ອຸທິດສ່ວນເພື່ອນຳປະເທດຊາດກ້າວຂຶ້ນ ທັດທຽມກັບບັນດາປະເທດໃນໂລກ ຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈິມິນ”