ພາບປະກອບ
(vovworld) – ຕອນຄ່ຳວັນທີ 18/12, ຢູ່ຮ່າໂນ້ຍ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ “ITEC day 2014” - ວັນບຸນຂອງອະດີດນັກຮຽນ, ນັກສຶກສາເຂົ້າຮ່ວມໂຄງການທຶນການສຶກສາເສດຖະກິດ - ເຕັກນິກ ອິນເດຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງໂຄງການຮ່ວມມືກ່ຽວກັບຂົງເຂດສຶກສາ, ບຳລຸງສ້າງ ຫວຽດນາມ ແລະ ອິນເດຍ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Preeti Saran ຊີ້ແຈ້ງວ່າ: ການສະເຫຼີມສະຫຼອງວັນບຸນ ITEC ກົງກັບເວລາການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ອິນເດຍ ພວມດີງາມທີ່ສຸດ. ບັນດາການຢ້ຽມຢາມຂັ້ນສູງຈາກທັງ 2 ຝ່າຍໄດ້ຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ກ້າວເຂົ້າສູ່ລະດັບສູງໃໝ່ກ່ວາອີກ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ບຸ່ຍວັນກາ ຫວັງວ່າ: ໃນໄລຍະຈະມາເຖິງ, ອິນເດຍ ສືບຕໍ່ໜູນຊ່ວຍ ຫວຽດນາມ ຫຼາຍກ່ວາອີກ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ 2 ປະເທດ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.