(vovworld)- ຊາວຫວຽນາມໄດ້ເລີ່ມລຶ້ງເຄີຍກັບວັນແຫ່ງຄວາມຮັກ Valentine ນັບສິບປີມານີ້. ວັນທີ 14ກຸມພາ ບັນຍາກາດ ວັນແຫ່ງຄວາມຮັກ Valentineໄດ້ປົກຄຸມໄປທົ່ວຖະໜົນສາຍຕ່າງໆໃນນະຄອນຫຼວງຮ່າໂນ້ຍ. ຢູ່ຕາມຮ້ານຂາຍ ເຄື່ອງທີ່ລະນຶກ, ລ້ວນແຕ່ວາງຂາຍເຂົ້າໜົມ Chocolate, ເຄື່ອງເອ້ຢ້ອງຖືກຫຸ້ມຫໍ່ຢ່າງງາມຕາ, ຫຼືເຄື່ອງຫຼິ້ນມີຮູບສັດປະເພດຕ່າງໆ. ນີ້ກໍແມ່ນບັນດາປະເພດສິນຄ້າທີ່ພວກໄວໜຸ່ມມັກຊື້ຫຼາຍກ່ວາໝູ່. ໃນວັນແຫ່ງຄວາມຮັກ Valentine 14 ກຸມພາ, ບັນດາກະເຊົ້າດອກໄມ້ສົດ, ພິເສດມີດອກກູຫຼາບພ້ອມກັບເຄື່ອງທີ່ລຶກແມ່ນສິ່ງທີ່ຂາດບໍ່ໄດ້. ນາງເລທິຖີ້ເງິນ ເຈົ້າຂອງຮ້ານຂາຍດອກໄມ້ຢູ່ຖະໜົນ ຕົນດຶກທັ້ງ ໃຫ້ຮູ້ວ່າ:
“ ໃນ ວັນແຫ່ງຄວາມຮັກ Valentine, ທຸກໆຄົນມັກມອບດອກໄມ້ສົດໃຫ້ໝູ່ ເພື່ອນເປັນຂອງຂວັນ. ຍ້ອນປີນີ້ອາກາດໜາວແກ່ຍາວ, ດັ່ງນັ້ນຕະຫຼາດດອກໄມ້ບໍ່ສາມາດຕອບສະໜອງຄວາມຕ້ອງການດ້ານຄຸນນະພາບກໍຄືປະລິມານໄດ້, ດັ່ງນັ້ນຮ້າຍຂາຍດອກໄມ້ຂອງຂ້າພະເຈົ້າຫັນທິດມາຂາຍດອກໄມ້ເອືອບຢາ. ດອກໄມ້ຊະນິດນີ້ງາມມີສີຫຼາກຫຼາຍ, ສາມາດຫຼິ້ນໄດ້ດົນ. ນີ້ແມ່ນຜະລິດຕະພັນໃໝ່, ໄດ້ຮັບຄວາມນິຍົມຈາກໄວໜຸ່ມຢ່າງຫຼວງຫຼາຍ”
ວັນແຫ່ງຄວາມຮັກ Valentine ແມ່ນໂອກາດເພື່ອໃຫ້ພວມເພື່ອນໜຸ່ມສະແດງຄວາມຮັກຕໍ່ແຟນຂອງຕົນ. ມິງເຍີດ, ນັກສຶກສາສັງກັດມະຫາວິທະຍາໄລການຢາ ຮ່າໂນ້ຍ ເປີດເຜີຍວ່າ:
“ ເມື່ອທຽບໃສ່ກ່ອນນີ້, ວັນແຫ່ງຄວາມຮັກ Valentine ໃນປະຈຸບັນໄດ້ກາຍເປັນວັນບຸນຂອງໄວໜຸ່ມຍຸກປະຈຸບັນ. ເຮົາຄິດວ່ານີ້ແມ່ນສິ່ງທີ່ດີທີ່ສຸດຖ້າຫາກວ່າໄວໜຸ່ມພວກເຮົາຮູ້ແຈ້ງເຖິງຄວາມໝາຍຂອງວັນນີ້ ແລະ ມີບັນດາວິທີເຂົ້າໃຈ ແລະ ການກະທຳເພື່ອໃຫ້ວັນທີ 14 ກຸມພາ ກາຍເປັນວັນເພື່ອສະຫງວນຈິດໃຈ,ຄວາມຮັກແພງໃຫ້ແຟນຂອງຕົນ.”
ບຸຍຮັ່ງ