(ພາບປະກອບ)
|
(vovworld)- ແຕ່ວັນທີ 31/3 ຫາວັນທີ 4/4 ຢູ່ນະຄອນ Almatu ປະເທດສ.ກະຊັກສຖານ ໄດ້ດຳເນີນການເຈລະຈາຮອບທີ 5 ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ. ຕອບສຳພາດນັກຂ່າວ VOV ປະຈຳສະຫະພັນລັດເຊຍ, ທ່ານ ດັ້ງຮ່ວາງຫາຍ ຫົວໜ້າກົມໆຕະຫຼາດເອີລົບ- ກະຊວງອຸດສາຫະກຳການຄ້າຫວຽດນາມ, ຫົວໜ້າຄະນະນັກເຈລະຈາຂັ້ນວິຊາການຂອງຫວຽດນາມກ່ຽວກັບສັນຍາໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າມີຄວາມພາກພູມໃຈເພາະວ່າໃນການເຈລະຈາຮອບນີ້, ພວກເພື່ອນຕ່າງປະເທດສະແດງໃຫ້ເຫັນຄວາມຕັ້ງໜ້າ ແລະ ມີໄຫວພິບກ່ວາໃນຫຼາຍບັນຫາ. ພວກເຮົາໄດ້ມີຄວາມກ້າວໜ້າຫຼາຍຢ່າງໃນຂັ້ນຕອນຕ່າງໆ, ຍົກຕົວຢ່າງຄືໃນການເຈລະຈາຮອບນີ້, ພວກເຮົາໄດ້ສຳເລັດການເຈລະຈາດ້ານການຄ້າເອເລັກໂຕນິກ. ຂ້າພະເຈົ້າຖືວ່າ ດ້ວຍບັນດາວິທີການທີ່ມີໄຫວພິບຂອງທັງ 2ແ ຝ່າຍນັ້ນດ ໝາກຜົນແຫ່ງການເຈລະຈາຈະດີກ່ວາໃນໄລຍະທີ່ຈະມາເຖິງ, ອັນໄດ້ສ້າງມຫ້ມີຄວາມເຊື່ອໝັ້ນເພື່ອາດຈະສຳເລັດຖືກກັບກຳນົດເວລາໃນທ້າຍປີນີ້ ”