ວໍສິງຕັນມີແຜນການນຳອາວຸດປະເພດໜັກເຖິງເອີລົບຕາເວັນອອກແລະບານຕິກ

ວໍສິງຕັນມີແຜນການນຳອາວຸດປະເພດໜັກເຖິງເອີລົບຕາເວັນອອກແລະບານຕິກ - ảnh 1
(ພາບປະກອບ)

​(vovworld) - ໜັງ​ສືພິມ “New York Time” ຂອງ​ອາ​ເມ​ລິ​ກາ ສະບັບ​ອອກ​ວັນ​ທີ 13/06, ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ເມ​ລິ​ກາ ທ່ານໜຶ່ງ​​ໃຫ້​ຮູ້​ວ່າ, ທຳນຽບ 5 ​ແຈ ​ໄດ້​ກະກຽມ​ສົ່ງ​ບັນດາ​ອາວຸດ​ປະ​ເພດ​ໜັກ​ເຖິງ​ບາງ​ປະ​ເທດເອີ​ລົບ​ຕາ​ເວັນ​ອອກ​ແລະ​ບານ​ຕິກ ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຍັງ​ເຄັ່ງ​ຕຶງຢູ່ ຍ້ອນ​ການ​ປະ​ທະ​ກັນ​ຢູ່​ທາງ​ທິດ​​ໃຕ້​ຢູ​ແກຼນ. ໜັງ​ສືພິມດັ່ງກ່າວ​ຊີ້​ໃຫ້​ເຫ​ັນວ່າ, ທຳນຽບ 5 ​ແຈ ມີ​ແຜນການ​ຜັນ​ຂະຫຍາຍ​ລົດ​ຖັງ, ລົດ​ສູ້​ຮົບ​ທາງບົກ ​ແລະ ຂົນ​ສົ່ງ​ບັນດາ​ອາວຸດ​ປະ​ເພດ​ໜັກ​ເຖິງ​ຖານ​ທີ່​ໝັ້ນ​ຂອງ​ບັນດາ​ປະ​ເທດ​ພັນ​ທະ​ມິດ. ​ແຕ່​ວ່າ, ​ແຜນການ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ຈາກ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ​ແລະ ທຳນຽບຂາວ ຢ່າງ​ເປັນ​ທາງ​ການ, ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ບັນດາ​ປະ​ເທດ​ສະມາຊິກ NATO ​ໃນ​ເດືອ​ນ 06 ນີ້, ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ.

ຂ່າວ/ບົດ​ອື່ນ