ວິ​ສາ​ຫະກິດ​ຂຸດ​ຄົ້ນ​ຕະຫຼາດ ​ເພື່ອ​ກະ​ຕຸ້ນ​ການ​ບໍລິ​ໂພ​ກອຸປະ​ໂພ​ກຢູ່ພາຍ​ໃນ​ປະ​ເທດ

(VOVWORLD) -  ຫວຽດນາມ ພວມຢູ່ໃນວິວັດການເລີ່ມນໍາພື້ນຖານເສດຖະກິດເຄື່ອນໄຫວຄືນໃໝ່ ພາຍຫຼັງໂລກລະບາດ, ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຊຸກຍູ້ການຜະລິດດໍາເນີນທຸລະກິດ.
ວິ​ສາ​ຫະກິດ​ຂຸດ​ຄົ້ນ​ຕະຫຼາດ ​ເພື່ອ​ກະ​ຕຸ້ນ​ການ​ບໍລິ​ໂພ​ກອຸປະ​ໂພ​ກຢູ່ພາຍ​ໃນ​ປະ​ເທດ - ảnh 1(ພາບປະກອບ: VOV) 

      ພິເສດ, ໃນສະພາບການສົ່ງອອກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ ດ້ວຍຂອບຂະໜາດປະຊາກອນເກືອບ 100 ລ້ານຄົນ, ຕະຫຼາດພາຍໃນ ໄດ້ຮັບຖືວ່າແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນຜ່ານຜ່າຄວາມຫຍຸ້ງຍາກພາຍຫຼັງຄວບຄຸມ ໂລກລະບາດໄດ້.

        ໂດຍແມ່ນໜຶ່ງໃນບັນດາຂະແໜງຜະລິດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ເດືອນ ເມສາປີ 2020 ວົງເງິນສົ່ງອອກຂອງຂະແໜງຕໍ່າແຜ່ນຕັດຫຍິບ ໄດ້ຫຼຸດລົງ 20% ເມື່ອທຽບໃສ່ເດືອນມີນາ. ໃນສະພາບການນັ້ນ, ມີວິສາຫະກິດຫຼາຍແຫ່ງໄດ້ຊອກຫາທິດທາງໃໝ່ ດ້ວຍການຍູ້ແຮງການບໍລິໂພກອຸປະໂພກຜະລິດຕະພັນຢູ່ຕະຫຼາດພາຍໃນ. ທ່ານບຸ່ຍດຶກທັ໊ງ, ຫົວໜ້າຫ້ອງການໂຄສະນາສິນຄ້າ ບໍລິສັດໃຫຍ່ຕັດຫຍິບເລກທີ 10 ໃຫ້ຮູ້ວ່າ:

        “ໃນໄລຍະທີ່ພວກຂ້າພະເຈົ້າເປີດປະຕູຄືນໃໝ່ ກໍໄດ້ຮັບສັນຍານທີ່ດີ ນັ້ນແມ່ນ ຜູ້ບໍລິໂພກອຸປະໂພກຮູ້ສຶກດີໃຈທີ່ໄດ້ໄປຊື່ເຄື່ອງຊື້ຂອງຢ່າງສະດວກສະບາຍ. ກ່ອນໜ້ານັ້ນ, ພວກຂ້າພະເຈົ້າໄດ້ກະກຽມຜະລິດຕະພັນ ເພື່ອກະກຽມໃຫ້ວັນເຄື່ອນໄຫວຄືນໃໝ່ ແລະ ຕອບສະໜອງໄດ້ບັນດາຜະລິດຕະພັນແຟຊັນຫ້ອງການຂອງບໍລິສັດຕັດຫຍິບເລກ 10, ໄລ່ຮອດປັດຈຸບັນ, ລາຍຮັບເລີ່ມເພີ່ມຂຶ້ນແລ້ວ, ຄ່ອຍໆກັບຄືນສູ່ເປັນປົກກະຕິ”.

ຕອບກັບ

ຂ່າວ/ບົດ​ອື່ນ