ການປະຊຸມຂ່າວກ່ຽວກັບການສຳມະນາ ພາບພົດເສດຖະກິດ
ສະຫງວນໃຫ້ວິສາຫະກິດປີ2017
|
(vovworld)- ປະຈຸບັນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນທົ່ວໂລກມີການຫັນປ່ຽນຫລາຍຢ່າງ ດ້ວຍຄວາມຂາດສະຖຽນລະພາບ ແລະ ຄວາມສ່ຽງໃຫມ່. ສະນັ້ນ ປະຊາຄົມວິສາຫະກິດ ຫວຽດນາມຕ້ອງປະເຊີນຫນ້າກັບບັນດາສິ່ງທ້າທາຍໃດໃນປີ 2017. ນັ້ນແມ່ນເນື້ອໃນຊື່ງບັນດາຜູ້ແທນສຸມໃສ່ປຶກສາຫາລື ທີ່ກອງປະຊຸມສຳມະນາ“ພາບພົດເສດຖະກິດສຳລັບວິສາຫະກິດປີ 2017” ດຳເນີນໃນຕອນບ່າຍວັນທີ 15/4 ໂດຍມະຫາວິທະຍາໄລເສດຖະກິດ - ກົດໝາຍ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ໂຮ່ຈິມີນ ຈັດຕັ້ງ. ຜູ້ແທນຫລາຍທ່ານຖືວ່າ: ໃນຊຸມປີຈະມາເຖິງ ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ບັນດາວິສາຫະກິດຕ້ອງມີຄວາມລະມັດລະວັງ ແລະ ສຸມໃສ່ຍົກສູງກຳລັງຄວາມສາມາດການຄຸ້ມຄອງ ເພື່ອຮັບມືກັບບັນດາການປ່ຽນແປງຂອງຕະຫລາດໂລກ. ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ແບ່ງປັນວ່າ:
“ນະຄອນໂຮ່ຈິມີນ ໝັ້ນໝາຍ ຈະຮ່ວມເດີນທາງ ແລະ ຮັບຟັງ, ຍາມໃດກໍ່ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ບັນດາຮົ້ວກີດຂວາງ, ຕອບສະຫນອງຄວາມຕ້ອງການອັນຊອບທຳຂອງວິສາຫະກິດ, ນັກທຸລະກິດເພື່ອໃຫ້ວິສາຫະກິດບັນລຸບັນດາຜົນສຳເລັດໃນການດຳເນີນທຸລະກິດ.”