ວິສາຫະກິດຍີ່ປຸ່ນຊອກຫາກາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ
ວິສາຫະກິດຍີ່ປຸ່ນຊອກຫາ
ກາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ
(ພາບ: hoibao.today)
(vovworld) - ຕອນບ່າຍວັນທີ 07/10, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລແທງລຽມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານ Amano Shinya, ຫົວໜ້າຄະນະຜູ້ແທນວິສາກະກິດຍີ່ປຸນ ສັງກັດອົງການສົ່ງເສີມການຄ້າຍີ່ປູ່ນ (Jettro), ປະຈຳ ກວາງໂຈ, ປະເທດຈີນ ໃຫ້ຮູ້ວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງຄະນະຜູ້ແທນ ແມ່ນເພື່ອແນໃສ່ຊອກຫາມາດຕະການຢ່າງກົມກ່ຽວລະຫວ່າງການເຄື່ອນໄຫວລົງທຶນຢູ່ຈີນ ກັບບັນດາປະເທດອື່ນ ແລະ ຊອກຫາຫາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ ແລະ ປາດຖະໜາຢາກຊອກຫາກາລະໂອກາດຢູ່ຕະຫຼາດຫວຽດນາມ. ທ່ານເລແທງລຽມ ຢືນຢັນວ່າ, ນະຄອນມີຄວາມເອົາໃຈໃສ່ທີ່ສຸດເຖິງການດຶງດູດວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຍີ່ປຸ່ນ ມາລົງທຶນຢູ່ນະຄອນໂຮ່ຈິມິນ. ເມື່ອຕອບບັນດາຂໍ້ຕິດຂັດຂອງບັນດາວິສາຫະກິດຍີ່ປຸ່ນ ກ່ຽວກັບບັນຫາແຮງງານ ແລະ ນະໂຍບາຍດຶງດູດການລົງທຶນ, ທ່ານເລແທງລຽມ ເນັ້ນໜັກວ່າ, ບັນດານະໂຍບາຍແຮງງານ, ເງິນເດືອນຂອງຜູ້ອອກແຮງງານທີ່ເຮັດວຽກຢູ່ບັນດາວິສາຫະກິດລົງທຶນຕ່າງປະເທດ ແມ່ນຕ້ອງເຄົາລົບຂໍ້ກຳນົດລວມຂອງກົດໝາຍຫວຽດນາມ, ຮັບປະກັນຄວາມກົມກ່ຽວລະຫວ່າງຄົນງານ ແລະ ນັກລົງທຶນ.