ການຜະລິດຢູ່ Misumi Group Company ໃນເຂດປຸງແຕ່ງ ລີງອື໋ງ, ນະຄອນ ໂຮ່ຈີມິນ
(ພາບ: Cao Thăng)
|
(vovworld) – ແຫຼ່ງຂ່າວຈາກພະແນກແຜນການ - ການລົງທຶນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ໃນ 2 ເດືອນຕົ້ນປີ 2016, ມຸນຄ່າເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໂດຍຄິດໄລ່ລວມທຶນສະໜອງໃໝ່ ແລະ ເງິນລົງທຶນເພີ່ມຕື່ມບັນລຸ 225,35 ລ້ານ USD. ໃນນັ້ນມີຫຼາຍໂຄງການຂະໜາດກາງ ແລະ ນ້ອຍມາຈາກປະເທດ ຍີ່ປຸ່ນ, ຕົວຢ່າງຄື ໂຄງການ ບໍລິສັດ Yazaki Eds ຫວຽດນາມ ຈຳກັດ, ມີເງິນລົງທຶນ 35,5 ລ້ານ USD (ຢູ່ເຂດອຸດສາຫະກຳ ເຕີນຟູ໋ຈູງ)… ຢູ່ ດົ່ງນາຍ, ໃນຈຳນວນເກືອບ 500 ລ້ານ USD ທຶນ FDI ຈົດທະບຽນໃໝ່ໃນ 2 ເດືອນຕົ້ນປີນີ້(ເພີ່ມ 363% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ), ສະເພາະຈຳນວນເງິນລົງທຶນຂອງນັກລົງທຶນ ຍີ່ປຸ່ນ ກວມ 26,08%, ຕາມຕົວເລກຂອງພະແນກແຜນການ - ການລົງທຶນແຂວງ ດົ່ງນາຍ.