ພາບປະກອບ
|
(vovworld)- ວັນທີ 15/4, ຢູ່ນະຄອນ ເກີນເທີ, ຫນັງສືພິມ “ແມ່ຂອງທາມ” ຂຶ້ນກັບອົງການຂອງສູນກາງສະມາຄົມຮ່ວມມືພັດທະນາເສດຖະກິດຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງການພົບປະສົນທະນາ - ພົວພັນແລກປ່ຽນ ດ້ວຍຫົວຂໍ້ວ່າ “ເສດຖະກິດປີ 2017 ແລະ ວິສາຫະກິດຫວຽດນາມ ໄລຍະໃຫມ່ - ບັນດາມາດຕະການມີປະສິດທິຜົນ”. ທີ່ກອງປະຊຸມສຳມະນາ ທ່ານຟ້າມງອກມີງ, ຫົວຫນ້າ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຊີ ໃຫ້ຮູ້ວ່າ:
“ສຳລັບວິສາຫະກິດໃນການເຊື່ອມໂຍງ, ໃນບັນດາການປະຕິວັດອຸດສາຫະກຳຄັ້ງທີ 4 ນີ້, ຄະນະຄຸ້ມຄອງຂອງວິສາຫະກິດ ຕ້ອງມີຍຸດທະສາດ ເພື່ອຮັບມືໃນສະພາບການໃຫມ່. ວິສາຫະກິດ ຕ້ອງຍົກອອກບັນດາບັນຫາປ່ຽນໃຫມ່ເຕັກໂນໂລຊີ, ເພື່ອປ່ຽນໃຫມ່ຜະລິດຕະພັນ”
ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານເສດຖະກິດ ໄດ້ແຈ້ງໃຫ້ຊາບ “ພາບພົດເສດຖະກິດຫວຽດນາມ, ເສດຖະກິດໂລກປີ 2017 ດ້ວຍການຄາດຄະເນເພື່ອໃຫ້ວິສາຫະກິດ, ນັກທຸລະກິດຫວຽດນາມ ກະກຽມສິ່ງໃດແດ່ເພື່ອພັດທະນາເປັນປົກກະຕິ ແລະ ເພີ່ມຄຸນຄ່າວິສາຫະກິດ, ບັນດານັກທຸລະກິດຫວຽດນາມ ກັບການປະຕິວັດວິທະຍາສາດເຕັກໂນໂລຊີ 4.0 ແລະ ບັນດາຄວາມຜົນສະທ້ອນເຖິງ SME.