(ທ່ານ ຫງວຽນແມ້ງຮຸ່ງ ເອກອັກຄະ
ລັດຖະທູດ ຫວຽດນາມ ປະຈຳ ລາວ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ 13/10, ຕອນບ່າຍວັນທີ 12/10, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດລາຍການ “ວັນບຸນນັກທຸລະກິດ, ວິສາຫະກິດທົ່ວປະເທດປີ 2015”, ດ້ວຍຫົວຂໍ້ວ່າ “ບັນດາກາລະໂອກາດ ແລະ ສິ່ງທ້າທາຍຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກັບວິສາຫະກິດຫວຽດນາມ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ: ຫວຽດນາມ ຫາກໍເຂົ້າຮ່ວມການລົງນາມໃນສັນຍາ TPP ໄດ້ເປີດກາລະໂອກາດພັດທະນາໃຫ້ພື້ນຖານເສດຖະກິດຂອງປະເທດຊາດ. ເມື່ອເຊື່ອມໂຍງ, ບັນດາວິສາຫະກິດຫວຽດນາມ ຕໍ່ໜ້າກາລະໂອກາດເຂົ້າຮ່ວມສັນຍາ TPP ຄວນສ້າງຕັ້ງບັນດາກຸ່ມ.
ແລະກໍໃນຕອນຄ່ຳວັນທີ 12/10, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ. ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (13/10/2004 – 13/10/2015). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນດືກມົ້ກ ປະທານສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ ຮຽກຮ້ອງບັນດານັກທຸລະກິດ ຫວຽດນາມ ພວມລົງທຶນດຳເນີນທຸລະກິດຢູ່ ລາວ ຮ່ວມແຮງຮ່ວມໃຈສ້າງປະຊາຄົມວິສາຫະກິດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ຮ່ວມສຳພັນ ເພື່ອກຳແໜ້ນທຸກກາລະໂອກາດ ເຊິ່ງປະຊາຄົມເສດຖະກິດ ອາຊຽນ ນຳມາໃຫ້, ເປີດກ້ວາງເຂດຜະລິດ, ດຶງດູດແຫຼ່ງທຶນ ແລະ ເຕັກໂນໂລຢີ. ທ່ານ ຫງວຽນແມ້ງຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ: ສາຍພົວພັນເສດຖະກິດ, ການຄ້າ, ການລົງທຶນ ພັດທະນາຂອງວິສາຫະກິດ 2 ປະເທດຈະປະກອບສ່ວນປັບປຸງໃຫ້ການພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ. ທ່ານໃຫ້ຮູ້ວ່າ:
“ເຊີດຊູບັນດານັກທຸລະກິດໃນວັນນັກທຸລະກິດ ຫວຽດນາມ, ພວກຂ້າພະເຈົ້າກ“ປາດຖະໜາຢາກໃຫ້ບັນດານັກທຸລະກິດເສີມຂະຫຍາຍທີ່ຕັ້ງຂອງຕົນກ່ວາອີກ ເພື່ອປະກອບສ່ວນເຂົ້າໃນສາຍພົວພັນແບບພິເສດ ຫວຽດນາມ - ລາວ ຫລາຍກ່ວາອີກ. ເຮັດໃຫ້ເສດຖະກິດ ລາວ ພັດທະນາ, ນັ້ນແມ່ນການປະກອບສ່ວນອັນລ້ຳຄ່າສຳລັບສາຍພົວພັນ ຫວຽດນາມ - ລາວ. ຂ້າພະເຈົ້າຮຽກຮ້ອງບັນດານັກທຸລະກິດຕັ້ງໜ້າເສີມຂະຫຍາຍບົດບາດຂອງຕົນໃນການເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດ”.
ປະຈຸບັດ ຫວຽດນາມ ແມ່ນໜຶ່ງໃນສາມນັກລົງທຶນຕ່າງປະເທດມີຈຳນວນແຫຼ່ງທຶນໃຫຍ່ສຸດຢູ່ ລາວ ດ້ວຍເງິນລົງທຶນເກືອບ 4,5 ຕື້ດົ່ງ.
ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ, ປີ 2015 ໄດ້ຮັບການຄັດເລືອກເປັນປີຂອງວິສາຫະກິດຫວຽດນາມ. ດ້ວຍບັນດາສັນຍາການຄ້າເສລີສຳຄັນທີ່ໄດ້ຮັບການລົງນາມ, ໄດ້ເປີດກາລະໂອກາດທີ່ໃຫຍ່ຫຼວງໃຫ້ບັນດາວິສາຫະກິດ ກໍຄືວາງອອກໃຫ້ເຂົາເຈົ້າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ.