(vovworld)-ມີວິສາຫະກິດຫວຽດນາມ ແລະ ລາວຫລາຍແຫ່ງໄດ້ຮັບລາງວັນ “ເຄື່ອງໝາຍການຄ້າທີ່ລືຊື່ຂອງອາຊຽນ” ຊ່ືງຈັດຂຶ້ນໃນຕອນຄຳ່ວັນທີ 17/8 ຢູ່ ນະຄອນຫລວງວຽງຈັນ. ບັນດາວິສາຫະກິດຫວຽດນາມ ໄດ້ຮັບລາງວັນລ້ວນແຕ່ແມ່ນ ບັນດວິສາຫະກິດໃຫຍ່ຄື: ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ(BIDV), ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳຫວຽດນາມ
(Vietinbank), ບໍລິສັດທຽນລອງ, ກຸ່ມບໍລິສັດເຕີນຫຽບຟາດ… ນີ້ແມ່ນບັນດາວິສາຫະກິດໄດ້ສ້າງເຄື່ອງໝາຍການຄ້າ ແລະ ກາໝາຍສິນຄ້າ, ຜະລິດຕະພັນ, ບໍລິການທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບສູງ ແລະ ພວມເປີດກວ້ງການລົງທຶນອອກສູ່ຕ່າງປະເທດ. ລາງວັນດັ່ງກ່າວແມ່ນໄດ້ຮັບການຄັດເລືອກຜ່ານມາດຖານຄື: ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ,ສັງຄົມຂອງທ້ອງຖິ່ນ, ປະເທດຊາດ ແລະ ພາກພື້ນອາຊຽນ.