(ເວທີປາໄສເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ໄທ
ມຸ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນ)
(vovworld) – ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ແລະ ໄທ ມີການກະກຽມເປັນຢ່າງດີໃຫ້ການເຊື່ອມໂຍງເສດຖະກິດ ອາຊຽນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງ ວິສາຫະກິດ 2 ປະເທດມີທ່າແຮງ, ວັນທີ 10/10 ທູດການຄ້າ ຫວຽດນາມ ປະຈຳ ໄທ ສົມທົບກັບສະມາຄົມມິດຕະພາບ ໄທ - ຫວຽດນາມ ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ໄທ, ມຸ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນ” ຢູ່ ບາງກອກ.
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດເກືອບ 400 ແຫ່ງ ຫວຽດນາມ ແລະ ໄທ, ທ່ານ ຕະກວາງງ້ອກ ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຖືວ່າ:
“ປະຊາຄົມ ອາຊຽນ ໄດ້ກາຍເປັນພາກພື້ນເສດຖະກິດພັດທະນາຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດແກ່ງແຍ້ງສູງ, ອາດສາມາດເຊື່ອມໂຍງເຂົ້າພື້ນຖານເສດຖະກິດທົ່ວໂລກຢ່າງຄົບຖ້ວນ. ບັນດາບາດກ້າວສຳຄັນໃນການພົວພັນ 2 ຝ່າຍລະຫວ່າງ ໄທ ແລະ ຫວຽດນາມ ກໍຄືບັນດາການພັດທະນາທີ່ມີລັກສະນະບາດລ້ຽວຂອງ ອາຊຽນ ຈະສ້າງບັນດາກາລະໂອກາດ ແລະ ຄວາມສະດວກໃໝ່ໃຫ້ບັນດາວິສາຫະກິດຂອງ 2 ປະເທດຢ່າງແນ່ນອນ, ພ້ອມກັນນັ້ນ ກໍໄດ້ວາງອອກຄວາມຫຍຸ້ງກຍາກ ແລະ ສິ່ງທ້າທາຍໃໝ່”.
ທີ່ເວທີປາໄສ, ນັກຊ່ຽວຊານຫລາຍຄົນຢືນຢັນວ່າ: ປະຈຸມັນບັນດາວິສາຫະກິດ ຫວຽດນາມ ແລະ ໄທ ມີສະພາບແວດລ້ອມການເຄື່ອນໄຫວສະດວກທີ່ສຸດ ຍ້ອນການພົວພັນ 2 ຝ່າຍໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ການຄ້າພາຍໃນກຸ່ມ ອາຊຽນ ມີຄວາມສະດວກສະບາຍ ເມື່ອບັນດາຮົ້ວກີດຂວາງພາສີໄດ້ຖືກລົບລ້າງ ແລະ ເປົ້າໝາຍຢືດຄອງຕະຫລາດມີພົນລະເມືອງ 600 ລ້ານຄົນ ໄດ້ຄ່ອຍໆປະກົດຜົນເປັນຈິງ. ເພາະສະນັ້ນ, ຄາດໝາຍບັນລຸມູນຄ່າການຄ້າ 2 ສົ້ນ ຫວຽດນາມ - ໄທ ແມ່ນ 20 ຕື້ USD ໃນປີ 2020 ເຊິ່ງ 2 ປະເທດໄດ້ວາງອອກ ອາດເປັນໄປໄດ້.