(vovworld) - ບໍລິສັດ Movitel, ຮ່ວມທຸລະກິດຂອງກຸ່ມບໍລິສັດ Viettel, ຫວ່າງແລ້ວນີ້ໄດ້ຈັດພິທີມອບໂອນຊອບແວ M-Escola ເພື່ອແນໃສ່ຍົກສູງຄຸນນະພາບການສອນ ແລະ ຮ່ຳຮຽນໃຫ້ລະບົບບັນດາໂຮງຮຽນມັດທະຍົມຕອນປາຍຢູ່ໂມຊຳບິກ. ກ່າວຄຳເຫັນທີ່ພິທີມອບໂອນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ຫງວຽນວັນຈຸງ, ຢືນຢັນວ່າ, ແຜນນະໂຍບາຍຂອງຫວຽດນາມ ແມ່ນສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າຕະຫຼາດ ໂມຊຳບິກ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຈຸງ ສະເໜີໃຫ້ບັນດາວິສາຫະກິດຫວຽດນາມ ຍົກສູງຄວາມຮັບຜິດຊອບຮັບປະກັນຊີວິດສັງຄົມຂອງຕົນສຳລັບປະເທດປະຈຳຖິ່ນ.