ພິທີລົງມືກໍ່ສ້າງໂຮງຮຽນ(ພາບ: vietnamplus.vn)
(vovworld) - ວັນທີ 23/3 ຢູ່ແຂວງສະຫວັນນະເຂດ, ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ບໍລິສັດກໍ່ສ້າງ Chitchreune, ໄດ້ລົງມືກໍ່ສ້າງໂຮງຮຽນແຫ່ງໜຶ່ງຢູ່ເມືອງ ເຊໂປນ, ແຂວງສະຫວັນນະເຂດ. ນີ້ແມ່ນໂຄງການໂດຍ BIDV ຊ່ວຍເຫຼືອ ດ້ວຍຍອດຈຳນວນທຶນແມ່ນ 1,1 ລ້ານ USD, ໂດຍບໍລິສັດກໍ່ສ້າງ Chitchreune ເປັນຜູ້ກໍ່ສ້າງ. ກິດຈະກຳດັ່ງກ່າວຈະສ້າງສຳເລັດໃນປີ 2012, ເພື່ອຂຳ່ນັບຮັບຕ້ອນປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ.