(vovworld) - ມີວິສາຫະກິດຕໍາແຜ່ນຕັດຫຍິບ, ແຝຊັນຮ່າໂນ້ຍ 10 ແຫ່ງພວມເຊົ້າຮ່ວມງານຕະຫຼາດນັດສາກົນ “ Autralia International Sourcing Fair”, ເຊິ່ງດຳເນີນໄປຢູ່ສູນວາງລະແດງ Melbourne, ນະຄອນ Melbourne, ປະເທດອົດສຕາລີ ໃນລະຫວ່າງວັນທີ 13 – 15/11.
ບັນດາເຄື່ອງໝາຍການຄ້າໃຫຍ່ຄືບໍລິສັດຕໍາແຜ່ນຕັດຫຍິບໂຮ່ເກືອມ, ບໍລິສັດຕໍາແຜ່ນຕັດຫຍິບເລກ 10... ໄດ້ວາງສະແດງ ແລະ ໂຄສະນາບັນດາຜະລິດຕະພັນທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດ. ບັນດາຄູ່ຮ່ວມມືອົດສຕາລີ ສະແດງຄວາມປາດຖະໜາຢາກແລກປ່ຽນການຄ້າ, ລົງນາມໃນບັນດາສັນຍາສົ່ງອອກ, ນຳເຂົ້າກັບວິສາຫະກິດຕໍາແຜ່ນຕັດຫຍິບຂອງຫວຽດນາມ. ເນື່ອງໃນໂອກາດນີ້, ອົງການການຄ້າຫວຽດນາມ ປະຈຳອົດສຕາລີ ໄດ້ສົມທົບກັບສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ອົດສຕາລີ ຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການຄ້າລະຫວ່າງວິສາຫະກິດ 2 ປະເທດ.