(ພາບປະກອບ)
(vovworld) - ຕາມໝາກຜົນແຫ່ງການສຳຫຼວດດັດຊະນີສະພາບແຫ່ງການດຳເນີນທຸລະກິດ (BCI) ໄຕມາດທີ 2 ປີ 2016 ໂດຍ EuroCham ປະກາດໃຫ້ເຫັນວ່າບັນດາວິສາຫະກິດ ເອີລົບ ຍັງມີການກະທົບຕອບຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ. ຕາມນັ້ນແລ້ວ, ບັນດາວິສາຫະກິດ ເອີລົບ ສ່ວນຫລາຍ ລ້ວນແຕ່ຖືວ່າ: ເສດຖະກິດມະຫາພາກຂອງ ຫວຽດນາມ ຈະສືບຕໍ່ເປັນປົກກະຕິ, ດ້ວຍ 56,3% ຈຳນວນວິສາຫະກິດມີການກະທົບຕອບວ່າ “ເປັນປົກກະຕິ ແລະ ມີການປົວແປງ” ແລະ ພຽງແຕ່ມີ 9,4% ວິສາຫະກິດເຂົ້າຮ່ວມການສຳຫລວດຄາດຄະເນວ່າ ເສດຖະກິດມະຫາພາກຈະຊຸດໂຊມ. ແລະກໍ່ຕາມ EuroCham ແລ້ວ, ປະມານ 49% ວິສາຫະກິດໄດ້ຮັບການສຳຫລວດ ຄາດຄະເນວ່າ ຈຳນວນໃບສັ່ງຊື້ສິນຄ້າ ຫຼື ລາຍຮັບຂອງເຂົາເຈົ້າຈະເພີ່ມຂຶ້ນນ້ອຍໜຶ່ງໃນໄຕມາດທີ 3. ດັ່ງນັ້ນ ເມື່ອຖືກຖາມກ່ຽວກັບແຜນການລົງທຶນ ແລະ ພັດທະນາຈຳນວນບຸກຄະລາກອນນັ້ນ, ການກະທົບຕອບຂອງບັນດາວິສາຫະກິດ ເອີລົບ ແມ່ນຕັ້ງໜ້າທີ່ສຸດ, ມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບລາຍຮັບ ແລະ ຈຳນວນໃບສັ່ງຊື້ສິນຄ້າ.