(vovworld) - ໃນຍຸດທະສາດຮ່ວມມືກັບຫວຽດນາມ, ລາຊະອານາຈັກ ນອກແວ ກຳນົດການຮ່ວມມືດ້ານເສດຖະກິດ - ການຄ້າ ແມ່ນຂົງເຂດຫຼັກແຫຼ່ງ ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍເວົ້າລວມ. ສິ່ງດັ່ງກ່າວໄດ້ພິສຸດໃຫ້ເຫັນຄວາມເອົາໃຈໃສ່ຂອງວົງການວິສາຫະກິດນອກແວ ທີ່ມີຕໍ່ຕະຫຼາດທີ່ມີຄວາມສາມາດບົມຊອນຫຼາຍຢ່າງຂອງຫວຽດນາມ ໃນຫຼາຍຂົງເຂດແຕກຕາງກັນຄື: ໄຟຟ້ານ້ຳຕົກ, ນ້ຳມັນອາຍແກັດ, ຕໍ່ກຳປັ່ນ... ກ່າວຄຳເຫັນກ່ອນການຢ້ຽມຢາມຫວຽດນາມ ຂອງອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກ ນອກແວ Haakon, ທ່ານ Finn Kristian Aamodt, ຜູ້ຮັກສາການປະທານ Innovation Norway (ອົງການຮັບຜິດຊອບສະເພາະການຄ້າຂອງ ນອກແວ ຢູ່ຕ່າງປະເທດ) ຢືນຢັນວ່າ ຫວຽດນາມ ນັບມື້ນັບກາຍເປັນປະເທດສຳຄັນສຳລັບວົງການວິສາຫະກິດຂອງປະເທດນີ້. ແຕ່ທ່ານ Aamodt ຖືວ່າ, ການແລກປ່ຽນດ້ານການຄ້າ 2 ສົ້ນຍັງບໍ່ທັງແທດເໝາະກັບຄວາມສາມາດບົມຊ້ອນ ກໍ່ຄືຄວາມປາດຖະໜາຂອງ 2 ປະເທດ.
ສ່ວນທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ນອກແວ ເລທິຕ໋ວຽດມາຍ ຢືນຢັນວ່າ, ຈະສືບຕໍ່ຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາ FTA ລະຫວ່າງຫວຽດນາມ - EFTA ໂດຍໄວນີ້ ແມ່ນໜຶ່ງໃນບັນດາຈຸດສຸມຂອງການຮ່ວມມືລະຫວ່າງຫວຽດນາມ - ນອກແວ ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການລົງທຶນ ແລະ ການຄ້າ 2 ຝ່າຍ.