ວິສາຫະກິດ ຫວຽດນາມ - ກຳປູເຈຍ ເພີ່ມທະວີການສົ່ງເສີມການຄ້າ

(VOVWORLD) -  ຕອນບ່າຍວັນທີ 26 ຕຸລາ, ຢູ່ນະຄອນ Bang Lung ແຂວງ Ratanakiri, ປະເທດ ກຳປູເຈຍ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຢາລາຍ (ຫວຽດນາມ) ໄດ້ສົມທົບກັບພະແນກການຄ້າແຂວງ Ratanakiri, ທູດການຄ້າສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຈັດຕັ້ງພິທີໄຂງານຕະຫລາດນັດສິນຄ້າ ຫວຽດນາມ.
ວິສາຫະກິດ ຫວຽດນາມ - ກຳປູເຈຍ ເພີ່ມທະວີການສົ່ງເສີມການຄ້າ - ảnh 1 ພິທີໄຂງານຕະຫລາດນັດສິນຄ້າ ຫວຽດນາມ

ງານຕະຫລາດນັດສິນຄ້າ ຫວຽດນາມ ຢູ່ ກຳປູເຈຍ ດຳເນີນແຕ່ວັນທີ 26 – 28 ຕຸລາ. ຕະຫລາດນັດມີຂອບຂະໜາດຮ້ານວາງສະແດງ 30 ຮ້ານຂອງບັນດາວິສາຫະກິດທີ່ມາຈາກ ຫວຽດນາມ ແລະ ຮ້ານວາງສະແດງຂອງບັນດາວິສາຫະກິດ ກຳປູເຈຍ 10 ຮ້ານ ດ້ວຍຜະລິດຕະພັນຫລາຍປະເພດທີ່ອຸດົມສົມບູນ, ມີຄຸນນະພາບສູງ. ນອກນັ້ນ ທີ່ງານຕະຫລາດນັດ ຍັງດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສະແດງສິປະລະອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ