ວິສາຫະກິດ ອາເມລິກາ ຊອກຫາກາລະໂອກາດລົງທຶນເຂົ້າ ຫວຽດນາມ

ວິສາຫະກິດ ອາເມລິກາ ຊອກຫາກາລະໂອກາດລົງທຶນເຂົ້າ ຫວຽດນາມ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຫ້ວ ມອບຂອງຂັວນລະນຶກໃຫ້ແກ່ຄະນະວິສະຫະກິດ ອາເມລິກາ
(ພາບ: baohaiquan.vn)

(vovworld) - ວັນ​ທີ 23/2, ຢູ່​ຮ່າ​ໂນ້ຍ, ທ່ານລັດຖະມົນຕີ​ກະຊວງ​ການ​ເງິນຫວຽດນາມ ​ເວື​ອງດິ່ງ​ເຫ້ວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າເກືອບ 30 ​​ວິ​ສະຫະ​ກິດ​ອາ​ເມ​ລິ​ກາ ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ສິງກະ​ໂປ ມາ​ຢ້ຽມຢາມ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ຫວຽດນາມ. ທ່ານ​ລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຍາ​ມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດນາມ ດ້ວຍວົງ​ເງິນການ​ຄ້າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ປີຜ່ານມາ. ດັ່ງ​ນັ້ນ, ລັດຖະບານ​ຫວຽດນາມ​ ກໍ​ຄື​ກະຊວງ​ການ​ເງິນ​ຫວຽດນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ ອາ​ເມ​ລິ​ກາ ມາ​ລົງທຶນ​ຢູ່​ຫວຽດນາມ. ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າຫວຽດນາມ​ ຈະ​ສືບ​ຕໍ່​ຢືດໝັ້ນ​ນະ​ໂຍບາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກ​ກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ລະດັບ​ເຕີບ​ໂຕ​ໃຫ້​ເໝາະ​ສົມ, ບໍລິຫານ​ນະ​ໂຍບາຍ​ການ​ເງິນ - ​ເງິນຕາ​ບົນ​ຈິດ​ໃຈ​ແໜ້ນ​ແຟ້ນ, ມີ​ໄຫວ​ພິບ, ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ບັນດາ​ມາດ​ຕະການດ້ານ​ການ​ເງິນ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຄື: ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພາສີ​ອາກອນ, ພາສີ, ສຸມ​​​ແຫຼ່ງທຶນ​ເຂົ້າ​ໃນ​ການ​ພັດທະນາ​​ໂຄງ​ປະກ​ອບ, ພື້ນຖານ​ໂຄງ​ລ່າງ​ຄື​ຄົມມະນາຄົມ, ທ່າ​ກຳ​ປັ່ນ​ທະ​ເລ, ​ໄຟຟ້າ, ​ເຮັດ​ໃຫ້​ນະ​ໂຍບາຍ​​ການ​ເງິນ, ພາສີ​ອາກອນ​ເປັນກະຈ່າງ​ແຈ້ງ, ​ໂປ່​ງ​ໃສ, ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ​​ໃຫ້ບຸລິມະສິດ​ກ່ຽວ​ກັບ​ພາສີ​ອາກອນ, ​ການ​ເງິນ​ສຳລັບ​ບັນດາ​ນັກ​ລົງທຶນ, ໜູນ​ຊ່ວຍ​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ, ສົ່ງ​ເສີມ​ການ​ຄ້າ, ​ໂຄສະນາ​ພາດ​ພົດ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ. ທ່ານລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ  ​ເນັ້ນ​ໜັກ​ວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດຖະບານ​ຫວຽດນາມ​ຈະ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ອະນຸມັດ​ຜ່ານ​ການປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ຈຳ​ນວນ​ໜຶ່ງ ​ເພື່ອ​ມີ​ການ​ປະຕິ​ຮູບ​ນະ​ໂຍບາຍ​ຢ່າງ​ແຂງ​ແຮງ​ກ່ວາ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ສຸດໃຫ້​ບັນດາ​ວິ​ສາ​ຫະກິດ​.

ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລີ​ກາ ປະຈຳ​ສິງ​ກາ​ໂປ, ຫົວໜ້າ​ຄະນະວິ​ສາ​ຫະກິດ, ທ່ານ David Adelman ຢືນຢັນ​ວ່າ: ການ​ມີໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ການ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວິ​ສາ​ຫະກິດ ​ອາ​ເມ​ລິ​ກາ ຕໍ່​​ຕະຫຼາດ​ຫວຽດນາມ. ​ໂດຍ​ອີງ​ໃສ່​ສາຍ​ພົວພັນ​ຮ່ວມ​ມື​ພັດທະນາ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດຫວັງ​ວ່າ ກະຊວງ​ການ​ເງິນ​ຫວຽດນາມຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດຫຼາຍ​ກ່ວາ​ອີກ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ​ ເຂົ້າມາ​ລົງທຶນ​ຢູ່​ຫວຽດນາມ.

 

ຂ່າວ/ບົດ​ອື່ນ