ວິສາຫະກິດ Start-up ສ. ເກົາຫຼີ ຊອກຫາຕະຫຼາດ ແລະ ໂອກາດການລົງທຶນຢູ່ ຫວຽດນາມ
(VOVWORLD) - ເລື່ອງ ສ.ເກົາຫຼີ ແລະ ຫວຽດນາມຮ່ວມມືກັນຈະສືບຕໍ່ໄດ້ຮັບການພັດທະນາ, ຫວັງວ່າບັນດາວິສາຫະກິດ ຫວຽດນາມກໍ່ຈະຊອກຫາ ແລະ ພັດທະນາ ຢູ່ຕະຫຼາດຂອງ ສ.ເກົາຫຼີ.
ພາບປະກອບ (ພາບ: Moneycontrol) |
ຕອນບ່າຍວັນທີ 3 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນເຫດການ Business Model Demo, ເພື່ອແນໃສ່ເຊື່ອມຕໍ່ຕະຫຼາດ, ໂອກາດລົງທຶນຢູ່ ຫວຽດນາມ ໃຫ້ແກ່ບັນດາ ວິສາຫະກິດ Start-up ສ.ເກົາຫຼີ. ນີ້ກໍ່ແມ່ນເຫດການເລີ່ມຕົ້ນໂຄງການ Runway To The World (ການແລກປ່ຽນ Start-up ຫວຽດນາມ ແລະ ໂລກ) ລະດູທີ 2 ໃນປີ 2019. ບັນດາວິສາຫະກິດ ສ.ເກົາຫຼີໄດ້ເຂົ້າຮ່ວມໂຄງການຄັ້ງນີ້ຈະພົບປະກັບບັນດານັກລົງທຶນ, ຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນເພື່ອມຸ່ງໄປສູ່ການພັດທະນາຢູ່ຕະຫຼາດ ຫວຽດນາມ. ບັນດາວິສາຫະກິດ ສ.ເກົາຫຼີມາຫວຽດນາມເພື່ອຊອກຕະຫຼາດ, ໂອກາດລົງທຶນຢູ່ ຫວຽດນາມໃນຄັ້ງນີ້ເຊິ່ງ Runway To The World ຢູ່ ສ.ເກົາຫຼີ. ປັດຈຸບັນ Shinhan ພວມຊ່ວຍເຫຼືອບັນດາ Start-up ນີ້ເພີ່ມຄວາມໄວໃນການພັດທະນາ, ກາຍເປັນວິສາຫະກິດທົ່ວໂລກໃນອະນາຄົດ. ເລື່ອງ ສ.ເກົາຫຼີ ແລະ ຫວຽດນາມຮ່ວມມືກັນຈະສືບຕໍ່ໄດ້ຮັບການພັດທະນາ, ຫວັງວ່າບັນດາວິສາຫະກິດ ຫວຽດນາມກໍ່ຈະຊອກຫາ ແລະ ພັດທະນາ ຢູ່ຕະຫຼາດຂອງ ສ.ເກົາຫຼີ.