(vovworld) - ວັນທີ 7/9, ຢູ່ນະຄອນ Kirkuk, ທາງພາກເໜືອ ອີຮັກ, ໄດ້ເກີດເຫດວາງລະເບີດຫຼາຍຄັ້ງ ເຮັດໃຫ້ 8 ຄົນເສຍຊີວິດ ແລະ 70 ຄົນໄດ້ຮັບບາດເຈບ. ເຫດວາງລະເບີດທຳອິດເກີດຂຶ້ນຢູ່ເຂດ Domiz, ທາງທິດໃຕ້ນະຄອນ Kirkuk. ໃນຂະນະທີ່ຕຳຫຼວດ ແລະ ກຳລັງກູ້ຊີບລົງບ່ອນເກີດເຫດ, ລະເບີດໜ່ວຍທີ 2 ໄດ້ລະເບີດ ເຮັດໃຫ້ 8 ຄົນເສຍຊີວິດ ແລະ 36 ຄົນຮັບບາດເຈບ. ຫຼັງຈາກນັ້ນສອງສາມນາທີ, ລະເບີດອື່ນອີກ 3 ໜ່ວຍກໍ່ໄດ້ລະເບີດຂຶ້ນຢູ່ໂບດສອງແຫ່ງຢູ່ໃຈກາງນະຄອນ, ເຮັດໃຫ້ 34 ຄົນຖືກບາດເຈບ.