ວາງສະແດງແຜນທີ່ແລະເອກະສານກ່ຽວກັບໝູ່ເກາະຮ່ວາງຊາແລະເຈື່ອງຊາ

ວາງສະແດງແຜນທີ່ແລະເອກະສານກ່ຽວກັບໝູ່ເກາະຮ່ວາງຊາແລະເຈື່ອງຊາ - ảnh 1
ໝູ່ເກາະຮ່ວາງຊາ
ພາບ:internet

(vovworld)-ການວາງສະ​ແດງ​ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 28/3 ຢູ່ ​ແຂວງ ຟູ​ອຽນ ​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ລາຍການ​ເຄື່ອນ​ໄຫວ Festival ສິນ​ໃນ​ນຳ້​ຫວຽດນາມ​ປີ 2014 ຢູ່ ​ແຂວງ ​ຟູ​ອຽນ.

​ໃນ​ການວາງສະ​ແດງ​ຄັ້ງ​ນີ້ ​​ໄດ້​ເຕົ້າ​ໂຮມ​ເອກະສານ,ວັດຖຸ​ພັນ, ສິ່ງ​ພິມ​ຫລາຍ​ຢ່າງ ​ແລະ ​ແຜນ​ທີ່​ເກືອບ 150 ​ແຜ່ນ ​ແມ່ນ​ພະຍານ​ຫລັກ​ຖານ​ປະຫວັດສາດ ​ແລະ ກົດໝາຍ ຢືງຢືນ: ລັດ​ຫວຽດນາມ​ຈາກ​ສະ​ໄຫມ​ສັກ​ດີ​ນາຮອດ​ປະຈຸ​ບັນ ​ໄດ້​ຮັບ​ຮູ້ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພິ​ເສດ ​ມີ​ແຜນ​ທີ່ 65 ​ແຜ່ນ ພິ​ສູດ​ໃຫ​້​ເຫັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ 2 ​ແຫ່ງ​ດັ່ງກ່າວ ​ໂດຍ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວ​ັນຕົກ​ປະກາດ​ຈາກ​ສັດຕະວັດ​ທີ 17 ມາ​ຮອດ​ປະຈຸ​ບັນ, ​ແຜນ​ທີ່ (atlas) 4 ​ແຜ່ນ ​ແລະ ​ແຜນ​ທີ່​ອື່ນ 30 ​ແຜ່ນ​ໂດຍ ລັດ​ຈີນ ພິມ​ຈຳຫນ່າຍ​ຢ່າງ​ເປັນ​ທາງ​ການ​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ, ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ບໍ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ 2 ​ແຫ່ງ​ດັ່ງກ່າວ. ນອກ​ນັ້ນ ງານ​ວາງສະ​ແດ​ງຍັງ​ແນະນຳ​ບັນດາ​ເອກະສານ​ອື່ນ ຢືນຢັນ ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

 

ຂ່າວ/ບົດ​ອື່ນ