ວາຕີກັງແລະແອດສະປາຍຄັດຄ້ານການກໍ່ສ້າງກຳແພງຢູ່ເຂດຊາຍແດນລະຫວ່າງອາເມລິກາແລະເມກຊີໂກ

ວາຕີກັງແລະແອດສະປາຍຄັດຄ້ານການກໍ່ສ້າງກຳແພງຢູ່ເຂດຊາຍແດນລະຫວ່າງອາເມລິກາແລະເມກຊີໂກ - ảnh 1
ກຳ​ແພງ​ໄດ້​ຮັບ​ການກໍ່​ສ​້າງ​ລຽບ​ຕາມ​ເຂດ​ຊາຍ​ແດນ
(ພາບ: AFP/TTXVN)

(vovworld) - ​​​​ວັນ​ທີ 1/2, ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ ແອດ​ສະ​ປາຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້ Alfonso Dastis ໄດ້​ສະ​ແດງ​​ຄວາມ​ສະ​ໜັບ​ສະ​ໜູນ​​ຕໍ່​ເມກ​ຊີ​ໂກ, ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ​້​ຕົກ​ລົງ​ກໍ່​ສ້າງ​ກຳ​ແພງ​ຢູ່​ເຂດ​ຊາຍ​ແດນ​ເພື່ອ​ສະ​ກັດ​ກັ້ນ​ຊາວ​ເຂົ້າ​ເມືອງຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ຊາຍ​ແດນ​ທາງ​ທິດ​ໃຕ້​ຂອງ​ປະ​ເທດ ອາ​ເມ​ລິ​ກາ. ​ຄ​ຳ​ເຫັນດັ່ງ​ກ່າວ​ຂອງ​ທ່ານ Dastis ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ທີ່ພັກ​ສັງ​ຄົມ​ນິ​ຍົມ, ເຊິ່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ຢູ່ ແອດ​ສະ​ປາຍ ຮຽກ​ຮ້ອງ​ລັດ​ຖະ​ບານ​ປະ​ເທດນີ້​ຕ້ອງ​ຍົກ​ອອກຫຼັກ​ໝັ້ນ​ສຳ​ລັບ​ບັນ​ຫາ​ດັ່ງ​ກ່າວ. ກ່ອນ​ໜ້ານັ້ນ, ວັນ​ທີ 31/1 ຜ່ານ​ມາ, ເມື່ອ​ຖືກຖາມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ລັບ​ຊາວ​ເຂົ້າ​ເມືອງຫຼ້າ​ສຸດ​ຂ​ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແອດ​ສະ​ປາຍ Mariano Rajoy ໃຫ້​ຮູ້​ວ່າ: ທ່ານບໍ່​ເຫັນ​ດີ​ຕໍ່ນະ​ໂຍ​ບາຍ​ດັ່ງ​ກ່າວ​ຂອງ​ທ່ານ Trump ແລະ ທ່ານ​ເຊື່ອ​ໝັ້ນ​ວ່າ ໂລກ​ຈະ​ກ່​າວ​ປະ​​ນາມ​ນະ​ໂຍ​ບາຍນີ້.

        ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ວາ​ຕີ​ວັງ ໄດ້​ສະແດງ​ຄວາ​ມ​ວິ​ຕົກ​ວັງ​ວົນ​​ຕໍ່​ບັນ​ດາ​ລັດ​ຖະ​ດຳ​ລັດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເພື່ອ​ແນ​ໃສ່​ກໍ່​ສ້າງ​ກຳ​ແພງ​ຢູ່​ລຽບ​ຕາມ​ຊາຍ​ແດນ​ກັບ ເມກ​ຊີ​ໂກ ແລະ ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ເຂົ້າ​ເມືອງ​ສ​ຳ​ລັບ​ພົນ​ລະ​ເມືອງ 7 ປະ​ເທດ​​ທີ່ມີ​ຈຳ​ນວນ​ຊາວ​ມຸດ​ສະ​ລິມກວມ​ສ່ວນຫຼ​າຍ.


ຂ່າວ/ບົດ​ອື່ນ