(ພາບ:ອິນເຕີແນັດ)
(VOV)- ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung . ນີ້ແມ່ນວາລະປະຊຸມທີ່ມີຫຼາຍເນື້ອໃນສຳຄັນເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ຊີ້ແຈ້ງວ່າ: ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນກ່ຽວກັບໃບຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບຂັ້ນຕອນ, ລະບຽບການ, ວິທີເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫຼືໃຫ້ສັດຕະຍາບັນ. ພ້ອມທັງໃຫ້ຄຳເຫັນກ່ຽວກັບເລື່ອງກະກຽມຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງມະຕິກ່ຽວກັບການປັບປຸງ ແລະ ເພີ່ມເຕີມລັດຖະທຳມະນູນປີ 1992 ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການເອົາຄຳເຫັນປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ເພີ່ມເຕີມ. ຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບັນດາຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ, ຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ, ບາງບັນຫາສຳຄັນທີ່ຍັງແຕກຕ່າງກັນຂອງບັນດາຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ, ຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ).....ແລະ ກໍ່ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນກ່ຽວກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2012, ທິດທາງ, ໜ້າທີ່ ແລະ ແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການຈັດແບ່ງງົບປະມານສູນກາງປີ 2013......