ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາ ແຫ່ງຊາດຫວຽດນາມ
(ພາບ:ttbd.gov.vnttbd.gov.vn)
(vovworld) - ຕອນບ່າຍຂອງວັນທີ 18/10, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບໝາກຜົນການກວດກາ, ຈຸດໝາຍ, ໜ້າທີ່, ໄລຍະເວລາປະຕິບັດແຫຼ່ງກຳລັງລະອຽດຂອງບັນດາໂຄງການພາກສ່ວນຂຶ້ນກັບແຕ່ລະໂຄງການຈຸດໝາຍແຫ່ງຊາດໄລຍະ 2011-2015 ແລະ ທິດທາງຈັດແບ່ງໂຄງການແຫ່ງຊາດໄລຍະ 2013-2015. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເນັ້ນໜັກວ່າ:
“ເນື້ອໃນທັງໝົດກ່ຽວກັບການສ້າງກົດໝາຍ, ລັດຖະທຳມະນູນ, ບັນດາມະຕິລ້ວນແຕ່ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ນີ້ແມ່ນສະໄໝປະຊຸມທ້າຍປີ, ພິຈາລະນສະພາບເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນສະພາບການປີນີ້.“
ກ່ອນໜ້ານັ້ນຄືໃນເຊົ້າຂອງວັນທີ 18/10, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບລັດຖະບັນຍັດສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດກຳນົດນາມມະຍົດເປັນກຽດແຫ່ງລັດ “ແມ່ຫວຽດນາມ ວິລະຊົນ“; ໃຫ້ຄຳເຫັນກ່ຽວກັບບາງບັນຫາສຳຄັນ, ຄຳເຫັນທີ່ຍັງມີຄວາມແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ ) ແລະ ຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ. ບັນດາເນື້ອໃນຂອງຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ ) ຊື່ງບັນດາທ່ານສະມາຊິກຂອງຄະນະປະຈຳສະພາແຫ່ງຊາດສຸມໃສ່ປຶກສາຫາລືແມ່ນ: ນະໂຍບາຍໃຫ້ບຸລິມະສິດ, ໜູນຊ່ວຍຂອງລັດຕໍ່ສະຫະກອນ, ການກຳນົດສະຫະກອນໄດ້ສ້າງຕັ້ງບໍລິສັດ…ທ່ານ Phan Trung Ly ປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດໃຫ້ຄຳເຫັນວ່າ:
“ສະຫະກອນຕ້ອງມີຖານະນິຕິບຸກຄົນສະເພາະ, ຫາກບໍ່ນອນໃນວິສາຫະກິດ. ສະຫະກອນບໍ່ແມ່ນວິສາຫະກິດ. ແຕ່ວ່າສະຫະກອນຈະໄດ້ຊົມໃຊ້ບັນດານະໂຍບາຍໃຫ້ບຸລິມະສິດເຊັ່ນດຽວກັນກັບວິສາຫະກິດ“
ແລະ ກໍ່ໃນຕອນເຊົ້າຂອງວັນທີ 18/10, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງລັດຖະບັນຍັດສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດກຳນົດນາມມະຍົດເປັນກຽດແຫ່ງລັດ “ແມ່ຫວຽດນາມ ວິລະຊົນ“; ລັດຖະບັດຍັດສະບັບດັ່ງກ່າວໄດ້ຮັບການຮັບຮອງເອົາຈາກຄະນະປະຈຳສະພາແຫ່ງຊາດ ແລະ ມີຜົນສັກສິດປະຕິບັດນັບແຕ່ວັນທີ 1/1/2013 ເປັນຕົ້ນໄປ.