ວາລະປະຊຸມຄັ້ງທີ 43 ຂອງຄະນະກຳມະການປະສົມຄະນະກຳມາທິການແມ່ນຳ້ຂອງສາກົນ

ວາລະປະຊຸມຄັ້ງທີ 43 ຂອງຄະນະກຳມະການປະສົມຄະນະກຳມາທິການແມ່ນຳ້ຂອງສາກົນ - ảnh 1
(ພາບ​ປະ​ກອບ)

(vovworld) – ວາ​ລະ​ປະ​ຊຸມ​ຄັ້ງ​ທີ 43 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄະ​ນະ​​ກຳ​ມາ​ທິ​ການ​ແມ່​ນຳ​້​ຂອງ​ສາ​ກົນ ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 – 17/03, ຢູ່​ເກີນ​ເທີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ຄື: ກຳ​ປູ​ເຈຍ, ລາວ, ໄທ ແລະ ຫວຽດ​ນາມ. ທີ່​ວາ​ລະ​ປະ​ຊຸມ, ບັນ​ດາ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ກ​ານ​ເປັນ​ເຈົ້​າ​ການ​ດ້ານ​ການ​ເງິນ​ດ້ວຍ​ຕົນ​ເອງ​ໃນ​ປີ 2030 ລວມ​ທັງ​ການ​ປັບ​ປຸງ​ໂຄງ​ປະ​ກອບ, ການ​ເງິນ, ບຸກ​ຄະ​ລາ​ກອນ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຫຼ່ງ​ນ້ຳ ເຊິ່ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິ​ກ​ມີ​ຄວາມ​ສົນ​ໃຈ. ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ, ຄະ​ນະ​ຜູ​້​ແທນ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ, ສະ​ພາບ​ການ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ​ເຂົ້າ​ໄດ້​ສົ່ງ​ຜົນ​ສະ​ທ​້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຢູ່​ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ນັບ​ລ້ານ​ຄົນ; ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື ແລະ ປະ​ສານ​ງານ​ໃນ​ການ​​ລະ​ບາ​ຍ​ນ້ຳ​ໃນ​ບັນ​ດາ​ເຂ​ື່ອນ​ໄຟ​ຟ້າ​ນ້ຳ​ຕົກສາ​ຂາ​ຂອງ​ແມ່​ນ້ຳ ແລະ ມີ​ປະ​ສິດ​ທິ​ຜົນບັນ​ດາ​ມາດ​ຕະ​ການ​ນຳ​ໃຊ້​ແຫຼ່ງ​ນ້ຳ​ຢ່າງ​ເໝາະ​ສົມ ແລະ ມີໃນ​ສະ​ພາບ​ແ​ຫ້ງ​ແລ້ງ​ຄື​ປະ​ຈຸ​ບັນ​. ຫວຽດ​ນາມ ກໍ​ສະ​ແ​ດງ​ຄວາມ​ວິ​ຕົກ​ກັງ​ວົນ ແລະ ສະ​ເໜີ​ໄທ ສະ​ໜອງ​ຂໍ​້​ມູ​ນ​ລະ​ອຽດ​ກ່ຽວ​ກັບ​ໂຄງ​ການ​ສົ່ງ​ນ້ຳ​ຈາກ ຫ້ວຍ​ຫຼວງ ​ເຊິ່ງ​ແມ່ນ​ສາ​ຂາ​ໜຶ່ງ​ຂອງ​ແມ່​ນຳ​້​ຂອງ ເພື່ອ​ນຳ​ໃຊ້​ໃຫ້​ກະ​ສິ​ກຳ. ຝ່າຍ​ໄທ ຫາ​ກໍ​ໃຫ້​ຮູ້​ວ່າ, ໂຄງ​ການ​ພວມ​ຢູ່​ໃນ​ວິ​ວັດ​ການ​ຄົ້ນ​ຄວ້າ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສະ​ໜອງ​ຂໍ້​ມູນໂດຍ​ໄວ.

ຂ່າວ/ບົດ​ອື່ນ