ວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ
ໄຂວາລະປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)
(vovworld) – ວາລະປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11/5, ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ຈຸດສຸມຂອງວາລະປະຊຸມແມ່ນໃຫ້ຄຳເຫັນໃສ່ບົດລາຍງານເພີ່ມເຕີມຂອງລັດຖະບານ ກ່ຽວກັບສະພາບການແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ແລະ ບັນດາບັນຫາ ກ່ຽວກັບການປະຢັດ, ມັດທະຍັດ, ການປ້ອງກັນ, ຕ້ານການຟຸມເຟືອຍ. ສິ່ງສຳຄັນແມ່ນບັນດາມາດຕະການສູ້ຊົນປະຕິບັດບັນດາໜ້າທີ່ເສດຖະກິດ-ສັງຄົມປີ 2015 ຢ່າງມີໄຊ. ວາລະປະຊຸມກໍໃຫ້ຄຳເຫັນໃສ່ຮ່າງກົດໝາຍ 3 ສະບັບ: ປະມວນກົດໝາຍແພ່ງ ແລະ ລົງປະຊາມະຕິ ແລະ ອຸຕຸນິຍົມອຸທົກກະສາດ. ຄະນະປະຈຳສະພາແຫ່ງຊາດ ກໍພິຈາລະນາບັນດາບັນຫາທີ່ກ່ຽວຂ້ອງເຖິງຕັ້ງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ; ໃຫ້ຄຳເຫັນກ່ຽວກັບບັນດາແຜນຮ່າງສ້າງຕັ້ງຫົວໜ່ວຍບໍລິຫານຈຳນວນໜຶ່ງຂັ້ນເມືອງ, ເທດສະບານ ແລະ ຕາແສງຢູ່ບັນດາແຂວງ ຈ່າວິງ, ເຮົ້າຢາງ, ບີ່ງເຟືອກ, ຖ໋າຍງວຽນ, ບາກລຽວ.