ວາລະປະຊຸມຄັ້ງທີ41,ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 41, ຕອນເຊົ້າວັນທີ 23/09, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍພົນທະຫານວິຊາການ ແລະ ກຳມະກອນ, ລັດຖະກອນປ້ອງກັນປະເທດ, ຮ່າງກົດໝາຍໄດ້ກຳນົດແຈ້ງທີ່ຕັ້ງ, ບົດບາດໜ້າທີ່ຂອງພົນທະຫານວິຊາການ, ກຳມະກອນ, ລັດຖະກອນປ້ອງກັນປະເທດ. ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີຈຳເປັນຕ້ອງປະກາດໃຊ້ກົດໝາຍ ເພື່ອໃຫ້ເໝາະສົມກັບລັດທຳມະນູນ ກ່ຽວກັບສິດອຳນາດຂອງສະພາແຫ່ງຊາດ ກຳນົດລະບົບຊັ້ນຕຳແໜ່ງຂອງພົນທະຫານວິຊາການ, ສິດ ແລະ ພັນທະຂອງພົນທະຫານວິຊາການ ແລະ ກຳມະກອນ, ລັດຖະກອນປ້ອງກັນຊາດ. ກົດໝາຍປະກາດໃຊ້ຈະຮັບປະກັນຄວາມເປັນເອກະພາບ, ຄົບຊຸດກັບຂໍ້ກຳນົດຂອງບັນດາກົດໝາຍອື່ນໆ, ສ້າງພື້ນຖານນິຕິກຳຢ່າງຄົບຊຸດ, ປະກອບສ່ວນສ້າງກອງທັບປະຊາຊົນຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຂອງສະພາບການໃໝ່.
ໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ໃຫ້ຄຳເຫັນໃສ່ບົດລາຍງານຕິດຕາມກວດກາ ກ່ຽວກັບການປະຕິບບັດນະໂຍບາຍ, ກົດໝາຍກ່ຽບກັບການພັດທະນາເສດຖະກິດ ທົມທົບກັບການຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນຍຸດທະສາດ (ຈຸດສຸມແມ່ນຢູ່ເຂດຕາເວັນຕົກສຽງເໜືອ, ໄຕງວຽນ, ເຂດຕາເວັນຕົກພາກໃຕ້ຂອງຫວຽດນາມ).