ວາລະປະຊຸມຄັ້ງທີ5ຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນແລະກົນໄກປະຕູດຽວແຫ່ງຊາດ
(ວາລະປະຊຸມຄັ້ງທີ 5 ຄະນະຊີ້ນຳແຫ່ງຊາດກ່ຽວກັບ
ກົນໄກປະຕູດຽວອາຊຽນແລະກົນໄກປະຕູດຽວແຫ່ງຊາດ)
(vovworld) - ຕອນເຊົ້າວັນທີ 04/06, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບກັບກົນໄກປະຕູດຽວອາຊຽນ ແລະ ກົນໄກປະຕູດຽວແຫ່ງຊາດ ໄດ້ຈັດວາລະປະຊຸມຄັ້ງທີ 5 ແລະ ປະກາດເປີດກວ້າງກົນໄກປະຕູດຽວແຫ່ງຊາດສຳລັບກະຊວງສາທາລະນະສຸກ, ກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງຊັບພະຍາກອນສິ່ງແວດລ້ອມ.
ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ຕີລາຄາສູງໝາກຜົນແຫ່ງການຊີ້ນຳນຳພາ ແລະ ການຜັນຂະຫຍາຍການປະຕິບັດຂອງບັນດາກະຊວງ, ຂະແໜງການ ໃນໄລຍະຜ່ານມາ, ພິເສດແມ່ນ 3 ກະຊວງ ໄດ້ເຊື່ອມຕໍ່ກົນໄກປະຕູດຽວແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງໃຫ້ບັນດາກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວີທະຍາສາດເຕັກໂນໂລຊີ ສູ້ຊົນປະຕິບັດການເຊື່ອມຕໍ່ບັນດາກະຊວງໃນກົນໄກອາຊຽນ ແລະ ກົນໄກປະຕູກ່ຽວແຫ່ງຊາດໃຫ້ສຳເລັດ.
“ຂ້າພະເຈົ້າສະເໜີວ່າ ໃນວິວັດການຜັນຂະຫຍາຍການປະຕິບັດຄືແນວນັ້ນ, ຮອດເດືອນ 09 ບັນດາລະບຽບເຊື່ອມຕໍ່ຕ້ອງໄດ້ຮັບການປະຕິບັດສຳເລັດ, ວຽກງານນີ້ມີຄວາມໝາຍສຳຄັນທີ່ສຸດ. ຂ້າພະເຈົ້າຢາກໃຫ້ປະຕິບັດຢ່າງໄວ້, ນັບທັງກຳນົດທິດໄລຍະ 2016 – 2020, ຍ້ອນຄວາມຈິງນັບແຕ່ປີ 2016 ແມ່ນຕ້ອງຍົກລະດັບໃຫ້ສູງຂຶ້ນເທື່ອລະກ້າວ, ຖ້າແກ່ຍາວຄວາມໝາຍຂອງການຜັນຂະຫຍາຍຈະຖືກຫຼຸດລົງ”.