ວາລະປະຊຸມຄົບຄະນະຄັ້ງທີ 5 ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ 5 ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1
​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ
(ພາບ: ຫງວຽນ​ເຢືນ/ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ວັນ​ທີ 13/4, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5, ປະ​ກອບ​ຄຳ​ເຫັນ​ໃສ່ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2018 ແລະ ​ດັດປັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2017.

        ຕາມ​ໃບ​ສະ​ເໜີ​ແລ້ວ, ລັດ​ຖະ​ບານ​ດັດ​ປັບ​ໂຄງ​ການ​ສ​້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ປີ 2017 ສຳ​ລັບຮ່າງ​ກົດ​ໝາຍ 11 ສະ​ບັບ, ເພີ່ມ​ເຕີມຮ່າງ​ກົດ​ໝາຍ, ຮ່າງ​ມະ​ຕິ 6 ສະ​ບັບ. ໃນ​ນັ້ນ, ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ຫົວ​ໜ່ວຍບ​ໍ​ລິ​ຫານ - ເສດ​ຖະ​ກິດ​ພິ​ເສດ, ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝ​າຍ​ວ່າ​ດ້ວຍ​ອາ​ກອນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ສະ​ເພາະ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ສະ​ມາ​ຄົມ​ຍັງ​ມີ​ບັນ​ດາ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ໃຫຍ່ ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ປັບ​ປຸງ ແລະ ຂໍ​ຄຳ​ເຫັນ​ຈາກ​ບັນ​ດາ​ອົງ​ການ​ມີ​ສິດ​ອຳ​ນາດ. ດັ່ງ​ນັ້ນ, ລັດ​ຖະ​ບານ​ຍັງ​ບໍ່​ທັນ​ໄດ້​ສະ​ເໜີ​ນຳ​ຮ່າງ​ກົດ​ໝາຍນີ້​ເຂົ້າ​​ໃນໂຄງ​ການສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2017 ແລະ 2018 ໄດ້​ເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ