ວາລະປະຊຸມຄະນະກຳມະການອາຊຽນຢູ່ອາເມລິກາປຶກສາຫາລືບັນດາບັນຫາກ່ຽວກັບການພັດທະນາສາຍພົວພັນອາຊຽນ-ອາເມລິກາ
ທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ອາເມລິກາ
(ພາບ: TTXVN)
(vovworld) - ວາລະປະຊຸມມັດສາມັນຂອງຄະນະກຳມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ວໍຊິງຕັນ (ACW) ຖືກດຳເນີນໃນວັນທີ 22/03, ພາຍໃຕ້ການເປັນປະທານຂອງທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ. ເຂົ້າຮ່ວມວາລະປະຊຸມມີເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດ 10 ປະເທດ ອາຊຽນ ແລະ ເຈົ້າໜ້າທີ່ການທູດ ອາເມລິກາ ບາງທ່ານ. ວາລະປະຊຸມສຸມໃສ່ປຶກສາຫາລືການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ຢູ່ Sunnylands (ຄາລີຟໍເນຍ, ອາເມລິກາ), ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ວຽງຈັນປະເທດ ລາວ ແລະ ບາງບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ຖືວ່າ: ອາຊຽນ ແລະ ອາເມລິກາ ຄວນສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນການພົວພັນສືບຕໍ່ພັດທະນາຢ່າງເລິກເຊິ່ງກ້ວາງຂວາງສຳລັບບັນດາອຳນາດການປົກຄອງ ອາເມລິກາ ສະໄໝຕໍ່ໄປ; ເພີ່ມທະວີການຮ່ວມມືຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງປອດໄພ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດສະເໜີຝ່າຍ ອາເມລິກາ ເພີ່ມທະວີໜູນຊ່ວຍສ້າງປະຊາຄົມເສດຖະກິດ ອາຊຽນ ຍິ່ງກ່ວາອີກ; ຊຸກຍູ້ຜັນຂະຫຍາຍຂໍ້ລິເລີ່ມເຊື່ອມຈອດ ອາຊຽນ - ອາເມລິກາ ໃນຕົວຈິງຊຶ່ງໄດ້ຍົກອອກຢູ່ກອງປະຊຸມຂັ້ນສູງ Sunnylands, ໃນນັ້ນໜູນຊ່ວຍການປະດິດຄິດສ້າງ ແລະ ວິສາຫະກິດເລີ່ມປະກອບອາຊີບ; ສະເໜີສະຖານທູດຕ່າງໆ ສືບຕໍ່ແລກປ່ຽນ, ຈັດຕັ້ງບັນດາກອງປະຊຸມສຳມະນາ, ເຫດການໂຄສະນາປະຊາຄົມເສດຖະກິດ ຢູ່ ອາເມລິກາ.
ກ່ຽວກັບຝ່າຍອາເມລິກາ, ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຢືນຢັນວ່າ: ອາເມລິກາ ຕັດສິນໃຈພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ ຍິ່ງກ່ວາອີກ, ສະໜັບສະໜູນ ອາຊຽນ ສ້າງປະຊາຄົມ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາຢູ່ພາກພື້ນ. ທ່ານສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ແບ່ງປັນທັດສະນະກ່ຽວກັບບັນຫານິວເຄຼຍໃນແຫຼມເກົາຫຼີ.