ວາລະປະຊຸມປະຈຳເດືອນ 9/2014 ຂອງລັດຖະບານ
(ວາລະປະຊຸມປະຈຳເດືອນ 9/2014)
(vovworld) - ວັນທີ 29/9, ຢູ່ຮ່າໂນ້ຍ, ພາຍໃຕ້ເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ, ລັດຖະບານຈັດວາລະປະຊຸມປະຈຳເດືອນ 9/2014, ເພື່ອສຸມໃສ່ຕີລາຄາສະພາບການເສດຖະກິດ-ສັງຄົມ ໃນ 9 ເດືອນ ຕົ້ນປີ ແລະ ປຶກສາຫາລືບັນດາມາດຕະການ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນບັນດາເດືອນທີ່ຍັງເຫຼືອຂອງປີ 2014.
ກ່າວຄຳເຫັນເປີດວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ຕີລາຄາສະພານບເສດຖະກິດ-ສັງຄົມແຕ່ຕົ້ນປີມາຮອດປະຈຸບັນ ແມ່ນສືບຕໍ່ຫັນປ່ຽນຢ່າງຕັ້ງໜ້າ; ບັນລຸລະດັບເຕີບໂຕຢ່າງຈະແຈ້ງ ແລະສະໝຳ່ສະເໝີກ່ວາ ບັນດາດັດຊະນີແຜນການຕົ້ນຕໍລ້ວນແຕ່ບັນລຸຜົນງານທີ່ຕັ້ງໜ້າ. ຕາມນັ້ນ, ໃນ 15 ຄາດໝາຍໂດຍສະພາແຫ່ງຊາດມອບໃຫ້ນັ້ນ, ມີ 13 ຄາດໝາຍສາມາດບັນລຸໄດ້ ແລະ ລື່ນຄາດໝາຍ. ເພື່ອສູ້ຊົນບັນລຸບັນດາຄາດໝາຍທີ່ໄດ້ວາງອອກໃນລະດັບສູງສຸດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີໃຫ້ບັນດາສະມາຊິກໃນຄະນະລັດຖະບານສຸມໃສ່ປຶກສາຫາລື, ສະເໜີບັນດາມາດຕະການລະອຽດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ຊຸກຍູການເຕີບໂຕໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີໃຫ້ລັດຖະບານສຸມໃສ່ປຶກສາຫາລື, ໄຈ້ແຍກ ແລະ ຍົກອອກບັນດາມາດຕະການ ລະອຽດ, ເພື່ອສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ດີກວ່າ, ຍົກສູງສະມັດຕະພາບແຮງງານ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.