(vovworld) – ຕອນເຊົ້າວັນທີ 9/3, ຢູ່ນະຄອນໂຮຈີມິນ, ວາລະສານກອມມູນິດ ໄດ້ສົມທົບກັບມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ຈັດຕັ້ງການໂອ້ລົມສົນທະນາວິທະຍາສາດປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງນະຄອນໂຮ່ຈີມິນ, ບັນດານັກວິທະຍາສາດ, ນັກຄົ້ນຄ້ວາ ພ້ອມກັບຄູອາຈານຂອງບັນດາມະຫາວິທະຍາໄລທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ. ທີ່ການໂອ້ລົມສົນທະນາ, ບົດທາບທາມຄວາມເຫັນກ່ວາ 50 ບົດ ແລະຫຼາຍຄຳເຫັນໄດ້ເຕື້ອງເຖິງລະບອບບັນຍັດແຫ່ງລັດ, ບົດບາດ, ໜ້າທີ່ຂອງກອງທັບປະຊາຊົນ ຫວຽດນາມ, ຕຳຫຼວດປະຊາຊົນ ຫວຽດນາມ, ກ່ຽວກັບບັນດາພາກສ່ວນເສດຖະກິດ, ບົດບາດຂອງບັນດາພາກສ່ວນເສດຖະກິດ, ຄວາມຮັບຜິດຊອບໜ້າທີ່ຂອງອຳນາດການປົກຄອງທ້ອງຖິ່ນ.