ວຽກງານທິດສະດີມີບົດບາດສຳຄັນສຳລັບພັກກອມມູນິດ ຫວຽດນາມແລະ ພັກປະຊາຊົນ ປະຕິວັດລາວ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ
ຫົວໜ້າຄະນະໂຄສະນາອົບຮົບສູນກາງ ພັກປະຊາຊົນ ປະຕິວັດລາວ
(ພາບ: TTXVN)
(vovworld) - ວຽກງານທິດສະດີມີບົດບາດສຳຄັນສຳລັບພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ທີ່ການຕ້ອນຮັບທ່ານ ກິແກ້ວ ໄຂຄຳພິທູນ, ຫົວໜ້າຄະນະໂຄສະນາອົບຮົບສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ໃນວັນທີ 14/7. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ, ເລື່ອງຈັດຕັ້ງກອງປະຊຸມສຳມະນາລະຫວ່າງ ພັກກອມມູນິດຫວຽດນາມແລະ ພັກປະຊາຊົນປະຕິວັດລາວ ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ການຄຸ້ມຄອງລັດ, ການພັດທະນາເສດຖະກິດ - ສັງຄົມ. ເຮັດແຈ້ງບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ໃນວິວັດແຫ່ງການຍູ້ແຮງກິດຈະການປ່ຽນໃໝ່ຢູ່ຫວຽດນາມ ແລະ ລາວ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ກວ່າອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາຖະໜາວ່າ, ໄລຍະຈະມາເຖິງ, ຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງ ພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົບສູນກາງ ພັກປະຊາຊົນ ປະຕິວັດລາວ, ສະພາວິທະຍາສາດສັງຄົມແຫ່ງຊາດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນ, ບັນດາຫົວເລື່ອງສະເພາະ ແລະ ຫົວເລື່ອງຄົ້ນຄ້ວາ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ ເພື່ອເຮັດແຈ້ງບັນດາບັນຫາຮີບດ່ວນທີ່ພວມວາງອອກສຳລັບພາລະກິດປ່ຽນໃໝ່ຂອງສອງປະເທດ.
ສ່ວນທ່ານຫົວໜ້າຄະນະໂຄສະນາອົບຮົບສູນກາງ ພັກປະຊາຊົນປະຕິວັດລາວ ກິແກ້ວ ໄຂຄຳພິທູນ, ກໍ່ໃຫ້ຮູ້ວ່າຜົນຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 3 ລະຫວ່າງສອງພັກໃນຄັ້ງນີ້ ຈະຊ່ວຍລາວ ມີບົດຮຽນຕື່ມອີກ ນັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບວຽກງານຊີ້ນຳນຳພາ, ກໍ່ສ້າງພັກ, ການຄຸ້ມຄອງສັງຄົມ, ການພັດທະນາເສດຖະກິດໃນວິວັດແຫ່ງການຍູ້ໄວກິດຈະການປ່ຽນໃໝ່ຕາມກຳນົດທິດສັງຄົມນິຍົມຢູ່ລາວ. ສອງຝ່າຍສືບຕໍ່ເພີ່ມທະວີການໂຄສະນາ, ສຶກສາໃຫ້ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບການພົວພັນສາມັກຄີແບບພິເສດ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ.