ວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ
ກອງປະຊຸມສະຫຼຸບວຽກງານການປ້ອງກັນ ແລະ ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບປີ 2016, ຜັນຂະຫຍາຍໜ້າທີ່ປີ 2017 |
(vovworld)- ຕອນບ່າຍວັນທີ 17/4, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານການປ້ອງກັນ ແລະ ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບປີ 2016, ຜັນຂະຫຍາຍໜ້າທີ່ປີ 2017. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໄດ້ເຂົ້າຮ່ວມ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ຍົກສູງຄຸນນະພາບການພະຍາກອນ, ສົມທົບການຮ່ວມມືສາກົນເພື່ອຍົກສູງຄວາມສາມາດດ້ານພະຍາກອນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ຂອງປະຊາຊົນ, ວິສາຫະກິດ. ພ້ອມກັນນັ້ນ ກໍສ້າງກົນໄກນະໂຍບາຍ ແລະ ລະບົບເອກະສານນິຕິກຳກ່ຽວກັບປ້ອງກັນ ແລະ ຕ້ານໄພທຳມະຊາດໃຫ້ສົມບູນແບບ, ສອດຄ່ອງກັບຄຳໝັ້ນສັນຍາ ແລະ ກົດໝາຍສາກົນ.