ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ເຈືອງຮ່ວາບິ່ງຕ້ອນຮັບ
ທ່ານນາງ Ruth Bader Ginsburg ຜູ້ພິພາກສາສານສູງສຸດ ອາເມລິກາ
(vovworld) - ຕອນເຊົ້າວັນທີ 10/8, ທີ່ການຕ້ອນຮັບຄະນະຜູ້ແທນສານສູງສຸດ ອາເມລິກາ ໂດຍທ່ານນາງ Ruth Bader Ginsburg ຜູ້ພິພາກສາສານດັ່ງກ່າວເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ແຈ້ງໃຫ້ຊາບບົດບາດ, ການຈັດຕັ້ງ, ການເຄື່ອນໄຫວຂອງສານປະຊາຊົນ ຫວຽດນາມ ຕາມລັດຖະທຳມະນຸນ ປີ 2013 ແລະ ກົດໝາຍວ່າດ້ວຍສານປະຊາຊົນ ປີ 2014 ພ້ອມທັງຢາກຊອກຮູ້ກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງສານສູງສຸດ ອາເມລິກາ. ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ເຈືອງຮ່ວາບິ່ງ ສະເໜີໃນໄລຍະທີ່ຈະມາເຖິງ 2 ຝ່າຍຄວນເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນໃນການເຄື່ອນໄຫວພິພາກສາ, ກໍ່ສ້າງຜູ້ພິພາກສາ ແລະ ພະນັກງານສານ.
ສ່ວນທ່ານນາງ Ruth Bader Ginsburg ໄດ້ແບ່ງປັນບາງບົດຮຽນໃນການເຄື່ອນໄຫວຂອງສານສູງສຸດ ອາເມລິກາ ແລະ ສະແດງຄວາມຫວັງວ່າ: ໃນໄລຍະທີ່ຈະມາເຖິງ 2 ຝ່າຍຄວນສົ່ງເສີມການເຄື່ອນໄຫວຮ່ວມມື, ກ່ອນອື່ນໝົດແມ່ນແລກປ່ຽນຄະນະຜູ້ແທນເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ.