(ພາບປະກອບ)
(vovworld) - ມື້ນີ້ແມ່ນວັນສາກົນຜູ້ອາຍຸສູງ. ນັບແຕ່ປີ 1982, ສະຫະປະຊາຊາດ ໄດ້ຖືວັນທີ 1/10 ປະຈຳປີແມ່ນ ວັນສາກົນຜູ້ອາຍຸສູງ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນດາບັນຫາທີ່ສົ່ງຜົນສະທ້ອນເຖິງຜູ້ອາຍຸສູງ, ພ້ອມທັງຕີລາຄາການປະກອບສ່ວນເຊິ່ງບັນດາຜູ້ອາຍຸສູງໄດ້ປະກອບສ່ວນໃຫ້ສັງຄົມ. ຫົວຂໍ້ຂອງ ວັນສາກົນຜູ້ອາຍຸສູງປີນີ້ແມ່ນ “ຕໍ່ສູ້ຕ້ານການຈຳແນກກ່ຽວກັບເກນອາຍຸ“., ສະຫະປະຊາຊາດໄດ້ວາງໜ້າທີ່ໃຫ້ທຸກຄົນໃນໂລກຮັບຮູ້ຄືແນວໃດແມ່ນການຈຳແນກເກນອາຍຸ ແລະ ຜົນກະທົບຢ່າງຫຍໍ້ທໍ້, ຮ້າຍແຮງຂອງມັນທີ່ມີຕໍ່ຜູ້ອາຍຸສູງ. ຢູ່ຫວຽດນາມ, ອັດຕາຜູ້ອາຍຸສູງໃນປະຈຸບັນກວມ 10,9% ຍອດຈຳນວນພົນລະເມືອງ, ດ້ວຍ 10 ລ້ານກວ່າຄົນ. ໄລຍະຜ່ານມາພັກ, ລັດຍາມໃດກໍ່ຮູ້ບຸນຄຸນ ແລະ ຈົດຈຳຄວາມຮັບຜິດຊອບຕໍ່ຜູ້ອາຍຸສູງ, ໄດ້ມີຫຼາຍແຜນນະໂຍບາຍ, ແລະ ນະໂຍບາຍເພື່ອສົ່ງເສີມ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງຫວຽດນາມ, ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດຂອງຜູ້ອາຍຸສູງ. ຜູ້ອາຍຸສູງ ຫວຽດນາມ ໄດ້ຊົມໃຊ້ນະໂຍບາຍຫຼາຍຢ່າງຄື: ສົ່ງເສີມສຸຂະພາບ, ອຸປະກະລະສັງຄົມ, ອວຍພອນອາຍຸຍືນ… ປະຈຸບັນ, ທົ່ວປະເທດມີສູນສົ່ງເສີມຜູ້ອາຍຸສູງຂອງລັດ ແລະ ເອກະຊົນປະມານ 100 ແຫ່ງ.