ສູ້ຊົນນຳວົງເງິນການຄ້າ ຫວຽດນາມ - ຮົງກົງ (ປະເທດຈີນ) ບັນລຸ 8 ຕື້ USD ໃນປີ 2017
ປອ Jonathan Choi ແລະ ທ່ານ ຫງວຽນຊວນຟຸກ
|
(vovworld) - ຕອນຄ່ຳວັນທີ 19/4, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ປອ Jonathan Choi, ປະທານຫ້ອງການການຄ້າ ຮົງກົງ - ຫວຽດນາມ, ປະທານກຸ່ມບໍລິສັດ Sunwah (ຮົງກົງ, ປະເທດຈີນ). ປະກາດບັນດາຈຸດພົ້ນເດັ່ນກ່ຽວກັບດ້ານເສດຖະກິດມະຫາພາກ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໄລຍະມໍ່ໆມານີ້, ລັດຖະບານ ຫວຽດນາມ ພວມສຸມໃສ່ພັດທະນາກະສິກຳ, ອຸດສາຫະກຳເຕັກໂນໂລຢີສູງ ແລະ ປາດຖະໜາວ່າ Sunwah, ກອງລົງທຶນ VinaCapital (ເຊິ່ງ Sunwah ແມ່ນໜຶ່ງໃນບັນດາສະມາຊິກກໍ່ຕັ້ງ) ລົງທຶນເຂົ້າ ຫວຽດນາມ ຢ່າງແຮງກ່ວາອີກໃນບັນດາຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສືບຕໍ່ພັດທະນາເສດຖະກິດການຕະຫຼາດຢ່າງແຮງ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີ Sunwah, ທຳມະຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ; ພ້ອມທັງຫວັງວ່າ Sunwah ສືບຕໍ່ມານະພະຍາຍາມປະກອບສ່ວນເພື່ອນຳວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ຮົງກົງ ປີ 2017 ບັນລຸ 8 ຕື້ USD. ສ່ວນທ່ານ ປອ Jonathan Choi ໄດ້ປາດຖະໜາວ່າ ດ້ວຍທ່າແຮງຂອງກຸ່ມບໍລິສັດ, Sunwah ມີການພົວພັນເລິກເຊິ່ງ, ກ້ວາງຂວາງກັບບັນດາກຸ່ມບໍລິສັດໃຫຍ່, ອາດຈະຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ເຊື່ອມຕໍ່, ທຳມາຫາກິນ. ທ່ານໃຫ້ຮູ້ວ່າ: Sunwah ກໍ່ມີຄວາມເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ພັດທະນາຂົງເຂດວັດທະນະທຳ, ການສຶກສາ, ໜູນຊ່ວຍບັນດາມະຫາວິທະຍາໄລຢູ່ ຫວຽດນາມ ບາງໂຄງການ, ຫວັງວ່າ ຈະປະກອບສ່ວນເຂົ້າໃນການປະຕິຮູບການສຶກສາຂອງ ຫວຽດນາມ.