ສູ້​ຊົນ​ຮອດ​ເດືອນ​ຕຸ​ລາ​ ປີ 2023 ຫວຽດ​ນາມ ຈະ​ໄດ້ຍົກ​ເລີກ​ບັດ​ເຫຼືອງ​ຢູ່​ຕະຫຼາດ​ເອີ​ລົບ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີຫວັງວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຂ້ຽວຂາດ ແລະ ມີຄວາມຮັບຜິດຊອບກ່ວາໃນການປະຕິບັດເປົ້າໝາຍຍົກເລີກບັດເຫຼືອງຢູ່ຕະຫຼາດເອີລົບ.
ສູ້​ຊົນ​ຮອດ​ເດືອນ​ຕຸ​ລາ​ ປີ 2023 ຫວຽດ​ນາມ ຈະ​ໄດ້ຍົກ​ເລີກ​ບັດ​ເຫຼືອງ​ຢູ່​ຕະຫຼາດ​ເອີ​ລົບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ເມື່ອເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ໄດ້ວາງເປົ້າໝາຍ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນຢູ່ເຂດແຄມທະເລ ສູ້ຊົນຮອດເດືອນຕຸລາປີນີ້ ຫວຽດນາມ ຈະໄດ້ຍົກເລີກ ບັດເຫຼືອງຢູ່ຕະຫຼາດເອີລົບ.

ທ່ານຮອງນາຍົກລັດຖະມົນຕີຊີ້ແຈ້ງວ່າ ຖ້າບໍ່ຂ້ຽວຂາດຍົກເລີກບັດເຫຼືອງອາດຈະເຮັດໃຫ້ເພີ່ມລະດັບເປັນ ບັດແດງ ໝາຍຄວາມວ່າ ຫວຽດນາມ ຈະບໍ່ສາມາດສົ່ງອອກສິນທະເລໄປຍັງຕະຫຼາດເອີລົບໄດ້. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ສະພາບການຫາສິນທະເລແບບຜິດກົດໝາຍ ບໍ່ພຽງແຕ່ຮັດແຄບຕະຫຼາດສົ່ງອອກສິນທະເລລົງເທົ່ານັ້ນ ຫາກຍັງກໍ່ຜົນສະທ້ອນຕໍ່ພາບພົດຂອງປະເທດຊາດອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີຫວັງວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຂ້ຽວຂາດ ແລະ ມີຄວາມຮັບຜິດຊອບກ່ວາໃນການປະຕິບັດເປົ້າໝາຍຍົກເລີກບັດເຫຼືອງຢູ່ຕະຫຼາດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ