ສູນກາງສະພາກາແດງຫວຽດນາມໜູນຊ່ວຍປະຊາຊົນກວາງຈິ້ທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ

(VOVWORLD) -ວັນທີ 08 ກັນຍາ, ສູນກາງສະພາກາແດງຫວຽດນາມ ສົມທົບກັບສະພາກາແດງແຂວງກວາງຈິ້ ໄດ້ມອບຂອງຂວັນໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມໃນລະຫວ່າງວັນທີ 02 – 05 ກັນຍາ ຜ່ານມາ.

ສູນກາງສະພາກາແດງຫວຽດນາມໜູນຊ່ວຍປະຊາຊົນກວາງຈິ້ທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ - ảnh 1 ສູນກາງສະພາກາແດງຫວຽດນາມໜູນຊ່ວຍປະຊາຊົນກວາງຈິ້ທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ

(ພາບ: TTXVN)

ຕາມນັ້ນແລ້ວ, ຢູ່ 2 ຕາແສງ ແທັງ ແລະ ທ້ວນ, ເມືອງພູດອຍ ເຮື໊ອງຮ໊ວາ, ສູນກາງສະພາກາແດງຫວຽດນາມ ໄດ້ມອບເຄື່ອງໃຊ້ພາຍໃນຄອບຄົວຈຳນວນ 150 ຊຸດ ດ້ວຍມີມູນຄ່າ 650.000 ດົ່ງ/ຊຸດ; ເຄື່ອງກອງນ້ຳ 100 ອັນ ມີມູນຄ່າ 200.000 ດົ່ງ/ອັນ; ເສື້ອຊູຊີບ 50 ໂຕ ມີມູນຄ່າ 250.000 ດົ່ງ/ໂຕ ໃຫ້ບັນດາຄອບຄົວທີ່ຖືກຜົນເສຍຫາຍດັ່ງກ່າວ.

        ນອກນັ້ນ, ສູນກາງສະພາກາແດງຫວຽດນາມ ຍັງມອບເຄື່ອງໃຊ້ພາຍໃນຄອບຄົວ 500 ຊຸດ, ໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຜົນເສຍຫາຍຢູ່ບັນດາທ້ອງຖິ່ນຢູ່ແຂວງກວາງຈິ້, ລວມຍອດມູນຄ່າ 300 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ