ສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາວສ້າງເງື່ອນໄຂ ສະດວກໃຫ້ການແລກປ່ຽນການຄ້າ 2 ປະເທດ
ມິ້ບິ່ງ ນັກຂ່າວ VOV ປະຈຳລາວ -  
(ທ່ານລັດຖະມົນຕີວ່າການກະຊວງ
ອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ)
(vovworld) – ສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາວ ທີ່ຫາກໍ່ໄດ້ຮັບການລົງນາມໃນວັນທີ 03/03, ຢູ່ນະຄອນຫຼວງວຽງຈັນ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳລາວ ເນື່ອງໃນເຫດການນີ້, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ ໃຫ້ຮູ້ວ່າ, ສັນຍາການຄ້າເສລີໃໝ່ລະຫວ່າງຫວຽດນາມ - ລາວ ສ້າງເງື່ອນໄຂສະດວກໃຫ້ການແລກປ່ຽນການຄ້າ 2 ປະເທດ. ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ກ່າວວ່າ.
“2 ຝ່າຍໄດ້ສະຫງວນບຸລິມະສິດອັນໃຫຍ່ຫຼວງໃຫ້ກັນນັງທັງທາງດ້ານຈຳນວນ, ປະເພດສິນຄ້າ, ໄຫ້ບຸລິມະສິດດ້ານພາສີ, ລະບຽບການຄ້າຢ່າງສະດວກ, ຕ້ອງເຮັດແນວໃດເພື່ອໃຫ້ສິນຄ້າຂອງລາວ ສາມາດສົ່ງມາຫວຽດນາມ ໃນໄລຍະຈະມາເຖິງຢ່າງໄວສຸດ, ສະດວກທີ່ສຸດ ແລະ ກົງກັນຄ້າມ. ໃນສັນຍາກໍ່ຊີ້ແຈ້ງວ່າ, ພ້ອບກັບບັນຫາພັດທະນາການຄ້າ, 2 ຝ່າຍຍັງສົ່ງເສີມວິສາຫະກິດ 2 ປະເທດຄົ້ນຄວ້າ, ຊອກຫາກາລະໂອກາດລົງທຶນໃນຂົງເຂດການບໍລິການ ເພື່ອແນໃສ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ເພີ່ມຜະລິດຕະພັນສິນຄ້າ. 2 ຝ່າຍຈະມີທ່າແຮງເພີ່ມປະລິມານສິນຄ້າສົ່ງອອກ ແລະ ຕອບສະໜອງຄວາມຕ້ອງການຂອງທັງ 2 ປະເທດ ແລະ ອາດຈະສົ່ງໄປຍັງປະເທດທີ 3”.
ແລະກໍ່ຕາມທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ແລ້ວ, ສັນຍາການຄ້າໃໝ່ ທີ່ກາຫໍ່ໄດ້ຮັບການລົງນາມ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າໃຫ້ທັງ 2 ປະເທດ, ໃນສະພາບທີ່ປະຊາຄົມເສດຖະກິດອາຊຽນ ພວມຮັບການສ້າງຕັ້ງ. ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ໃຫ້ຮູ້ຕື່ມອີກວ່າ.
“ເລື່ອງລົງນາມໃນສັນຍາສະບັບໃໝ່ ແນໃສ່ຈຸດປະສົງຍົກສູງຄວາມສາມາດດ້ານການຄ້າຂອງ 2 ປະເທດ, ຍົກສູງຄຸນນະພາບຜະລິດຕະພັນສິນຄ້າ, ຍົກສູງກຳລັງແກ່ງແຍ້ງຂອງ 2 ປະເທດ. ຜ່ານນັ້ນ, ວິວັດການເຊື່ອມໂຍງຈະໄວກວ່າ, ຕອບສະໜອງຄາດໝາຍເຊິ່ງທັງ 2 ຝ່າຍປາດຖະໜາ ກໍ່ຄືຮັດແຄບຊ່ອງຫວ່າງໃນການພັດທະນາດ້ານເສດຖະກິດກັບບັນດາປະເທດສະມາຊິກເກົ່າໃນອາຊຽນ, ພ້ອມທັງຮັບໃຊ້ຈຸດໝາຍລວມເຊິ່ງບັນດາການນຳອາຊຽນ ໄດ້ວາງອອກ, ເມື່ອສ້າງຕັ້ງປະຊາຄົມເສດຖະກິດ”.
ມິ້ບິ່ງ ນັກຂ່າວ VOV ປະຈຳລາວ