ສັນຍາ PCA : ໄລຍະພັດ ທະນາໃໝ່ໃນການພົວ ພັນຮ່ວມມືຫວຽດນາມ - ອີຢູ

ສັນຍາ PCA : ໄລຍະພັດ ທະນາໃໝ່ໃນການພົວ ພັນຮ່ວມມືຫວຽດນາມ - ອີຢູ - ảnh 1

(vovworld) – ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ (ຫຼື PCA) ຈະສ້າງ​ຂອບ​ເຂດ​ໃໝ່, ຍາວ​ນານ ​ແລະ ຮອບດ້ານ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - ອີ​ຢູ ​ແລະ ສົມ​ກັບ​ການ​ໃຫ້ບຸລິມະສິດ​ພັດທະນາ​ເສດຖະກິດ - ສັງຄົມ, ການພົວພັນ​ຕ່າງປະ​ເທດຂອງ 2 ຝ່າຍ ກໍ​ຄື​ທ່າ​ອ່ຽງລວມ​ໃນ​ການຮ່ວມ​ມື ​ແລະ ພັດທະນາ​ໃນ​ໂລກ. ​ໃນ​ບົດ​ຂຽນ ​ເນື່ອງ​ໃນ​​ເຫດການສັນຍາ PCA ​ໃກ້ຈະ​ໄດ້​ຮັບ​ການ​ລົງ​ນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ Bui Thanh Son, ອະດີດ​ຫົວໜ້າ​ຄະນະ​ເຈລະຈາ​ລະຫວ່າງ​ຂະ​ແໜງ PCA ຫວຽດນາມ - ອີ​ຢູ, ​ໃຫ້​ຮູ້​ວ່າ: ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ (ຫຼື PCA) ​ໄດ້​ຮັບ​ການ​ເຊັນ​ຜ່ານ​ເມື່ອ​ເດືອນ 10/2010 ​ແລະ ຈະ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 27/6/2012 ​ແມ່ນ​ບາດກ້າວ​ພັດທະນາ​ໃໝ່ ​ໃນ​ການ​ພົວພັນ​ລະຫວ່າງ 2 ຝ່າຍ, ນຳ​ການ​ພົວພັນ ຫວຽດນາມ - ອີ​ຢູ ຫັນ​ໄປ​ສູ່​ໄລຍະ​ໃໝ່ ດ້ວຍ​ຂອບ​ຂະໜາດ ​ແລະ ລະດັບ​ຮ່ວມ​ມື​ທີ່​ກ້ວາງ​ໃຫຍ່ ​ແລະ ​ເລິກ​ເຊິ່ງກ່ວາ ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຕາມ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ Bui Thanh Son ​ແລ້ວ, ສັນຍາ PCA ​ແມ່ນ​ຂອບ​ເຂດ​ປັບປຸງ​ການ​ພົວພັນ​ຫວຽດນາມ - ອີ​ຢູ ​ແທນ​ໃຫ້​​ສັນຍາ​ແມ່ ຫວຽດນາມ - EC ປີ 1995. ສັນຍາ​ລວມມີ 8 ພາກ 65 ມາດຕາ ​ແລະ ບັນດາ​​ເອກະສານ​ເພີ່ມ​ເຕີມ, ທີ່ກຳນົດ​ບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ​ຂອງ​ການ​ພົວພັນ​ຫວຽດນາມ - ອີ​ຢູ, ກຳນົ​ດ​ເນື້ອ​​ໃນ, ຂອບ​ຂະໜາດ ​ແລະ ຮູບ​​ການ​ການ​ຮ່ວມ​ມື, ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ 2 ຝ່າຍ​ໃນ​ທຸກໆ​ຂົງ​ເຂດ, ຈາກ​ການ​ຮ່ວມ​ມື​ພັດທະນາ, ການ​ຄ້າ - ການ​ລົງທຶນ​ຕະຫຼອດ​ຮອດການ​ຮ່ວມ​ມືດ້ານ​ຍຸຕິ​ທຳ, ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ສາກົນ, ການ​ຮ່ວມ​ມື​ດ້ານ​ວິຊາ​ການ..​.​

ຂ່າວ/ບົດ​ອື່ນ