ສັນຕະປະປາ Benedict XVI ພົບປະກັບ ຜູ້ນຳ Fidel Castro
ພາບ:internet
|
(vovworld) - ວັນທີ 28/3 ກ່ອນເດີນທາງອອກຈາກ ກູບາ ພາຍຫລັງຢູ່ຢ້ຽມຢາມມາເປັນເວລາ 2 ວັນ, ສັນຕະປະປາ Benedict XVI ໄດ້ຄັດຄ້ານຢ່າງຮຸນແຮງຕໍ່ຄຳສັ່ງຂວ້ຳບາດເສດຖະກິດກູບາຂອງອາເມລິກາທີ່ແກ່ຍາວເກືອບເຄິ່ງສັດຕະວັດຜ່ານມາ. ສັນຕະປະປາ ຖືວ່າ: ບັນດາມາດຕະການຂວ້ຳບາດນີ້ແມ່ນການກະທຳທີ່ໄຮ້ເຫດຜົນ ສຳລັບປະຊາຊົນກູບາ. ແລະກໍໃນຕອນເຊົ້າວັນທີ 28/3, ສັນຕະປະປາ Benedict XVI ໄດ້ມີພົບປະແລກປ່ຽນຄຳເຫັນກັບຜູ້ນຳ ກູບາ Fidel Castro ຢູ່ສຳນັກງານ Vatican ທີ່ ນະຄອນຫລວງ ລາຮາວານ, ໃນນັ້ນ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາໃຫຍ່ ຊຶ່ງມວນມະນຸດພວມປະເຊີນຫນ້າ. ການພົບປະລະຫວ່າງ ສັນຕະປະປາ Benedict XVI ແລະ ຜູ້ນຳ Fidel Castro ດຳເນີນໄປພາຍຫລັງຜູ້ນຳສຳນັກງານ Vatican ເປັນເຈົ້າພາບພິທີສວດມົນ ໂດຍມີການເຂົ້າຮ່ວມຂອງສາສະນີກະຊົນ ແລະ ປະຊາຊົນກູບາກວ່າ 300.000 ຄົນ ຢູ່ ສະຫນາມຫລວງປະຕິວັດ.
ນັກຂ່າວ vov ປະຈຳອາເມລິກາ